ເອັສໄອວີ (HIV) ແມ່ນຫຍັງ?

HIV ແມ່ນ​ຊື່​ຂອງ​ເຊື້ອ​ໄວຣັ​ສ​ແລະ​ການ​ເຈັບ​ປ່ວຍ​ທີ່​ມັນກໍ່​ຂຶ້ນ.

H = human (ມະ​ນ​ຸດ) – ຄົນ​ສາ​ມາດ​ຕິດ​ເຊື້ອນີ້

I = immunodeficiency ()ການ​ຂາດ​ເຂີນ​ພູມ​ຕ້ານ​ທານ – ມັນ​ໂຈມ​ຕີ​ລະ​ບົບ​ພູມ​ຕ້ານ​ທານ​ຂອງ​ທ່ານ

V = virus (ເຊື້ອ​ໄວ​ຣັ​ສ) – ແມ່​ພະ​ຍາດ​ທີ່​ເຮັດ​ໃຫ້​ທ່ານ​ເຈັບ​ປ່ວຍ


ຂ້ອຍຕິດເຊື້ອ HIV ໄດ້ ແບບໃດ?


ທ່ານ​ຈະ​ບໍ່​ສາ​ມາດບອກ​ໄດ້​ດ້ວຍ​ການ​ແນມ​ເບິ່ງວ່າ​ຄົນ​ຜູ້​ໜຶ່ງ​ມີ​ເຊື້ອ HIV ຫຼື​ບໍ. ຄົນ​ທີ່ມ​ີ​ເຊື້ອນີ້​ ຕາມ​ປົກ​ກະ​ຕິ​ກໍ​ຮູ້​ສຶກ​ວ່າ​ຕົນ​ມ​ີສ​ຸ​ຂະ​ພາບ​ດີ​ແລະ ຮູ​້​ສຶກ​ສະ​ບາຍ​ດີ.

HIV ​ອາ​ໄສ​ຢູ່​ໃນ​ເລືອດ, ນຳ​ເພດ​ສຳ​ພັນ​ແລະ​ນ້ຳ​ນົມແມ່.  ທ່ານ​ສາ​ມາດ​ຕິດ​ເຊື້ອ HIV ໄດ້​ຖ້າ​ວ່າ​ນ້ຳ​ດັ່ງ​ກ່າວ​ເຂົ້າ​ໄປ​ໃນ​ເສັ້ນ​ເລືອດ​ຂອງ​ທ່ານ.  ວິ​ທີ​ທົ່ວໆ​ໄປ​ທີ່​ຄົນ​ຕິດ​ເຊື້ອ HIV ແມ່ນ​ມາ​ຈາກ:

  • ການບໍ່​ໃສ່​ຖົງ​ອະ​ນາ​ໄມ​ເມື່ອ​ຮ່ວມ​ເພດ
  • ໃຊ້​ເຂັມ, ເຂັມ​ສັກ​ຢາ ຫຼື ບ່ວງ ໃນ​ການ​ສັກ​ຢາ​ເສບ​ຕິດ ຮ່ວມ​ກັນ
  • ການ​ ບ່ອງ​ຮ່າງ​ກາຍ​ແລະ​ສັກ​ລາຍ ຫຼື​ ພິ​ທີ​ກຳ
  • ນ້ຳນົມ​ແມ່
  • ​ເລືອດ-ຕໍ່-ເລືອດ​ທີ່ສຳ​ຜັດ​ກັນ​ໂດຍ​ກົງ ເຊັ່ນ​ການ​ຖ່າຍ​ເລືອດ​ແລະ​ປ່ຽນ​ອະ​ໄວ​ຍະ​ວະ ໃນ​ປະ​ເທດ​ທີ່ບໍ່​ໄດ້​ກວດ​ສອບ​ຫາ HIV. ການ​ຖ່າຍ​ເລືອດ​ແລະ​ປ່ຽນ​ອະ​ໄວ​ຍະ​ວະ​ໃນ​ອອ​ສ​ເຕ​ຣ​ເລັຍ​ແມ່ນ​ປອດ​ໄພ​ເມື່ອ​ກົດ​ລະ​ບຽບ​ທຸກ​ຢ່າງ​ຖືກ​ປະ​ຕິ​ບັດ​ຕາມ.

ທ່ານບໍ່​ສາ​ມາດ​ຕິດ​ເຊື້ອ HIV ໄດ້​ໂດ​ຍ​ການ:

  • ກອດ
  • ໄອຫຼື​ຈາມ
  • ກິນ​ອາ​ຫານຫຼື​ດື່ມ​ຮ່ວມ​ກັນ
  • ກິນ​ອາ​ຫານ​ທີ່​ຄົວ​ໂດຍ​ຄົນ​ທີ່​ມີ​ເຊື້ອ HIV
  • ການ​ຖ່າຍ​ເລືອດ​ແລະ​ຂັ້ນ​ຕອນ​ທາງ​ການ​ແພດ​ອື່ນໆ​ໃນ​ອອ​ສ​ເຕ​ຣ​ເລັຍ
  • ໃຊ້​ຫ້ອງ​ນ້ຳຫຼື​ອາບ​ນ້ຳ​ຝັກ​ບົ່ວ​ອັນ​ດຽວ​ກັນ​ກັບ​ຄົນ​ທີ່​ມີ​ເຊື້ອ HIV
  • ຖືກ​ແມງ​ໄມ້ຫຼື​ສັດ​ກັດ
  • ການ​ພົວ​ພັນ​ໃນ​ແຕ່​ລະ​ວັນ​ກັບ​ຄົນ​ທີ່​ມີ​ເຊື້ອ HIV
  • ສະ​ອາບ​ນ້ຳຫຼື​ສະ​ຖານ​ອອກ​ແຮງ​ກາຍ

HIV ເຮັດຫຍັງໄດ້ຕໍ່ຮ່າງກາຍຂອງຂ້ອຍ ?


HIV ໂຈມ​ຕີລະ​ບົບພູມ​ຕ້ານ​ທານ​ຂອງ​ທ່ານ.  ລະ​ບົບ​ພູມ​ຕ້ານ​ທານ​ຂອງ​ທ່ານ​ ຕໍ່​ສູ້​ການ​ຕິດ​ເຊື້ອ​ແລະ​ປ້ອງ​ກັນ​ຮ່າງ​ກາຍ​ຂອງ​ທ່ານບໍ່​ໃຫ້​ເກີດ​ການ​ເຈັບ​ປ່ວຍ. HIV ເຮັດ​ໃຫ້​ລະ​ບົບ​ພູມ​ຕ້ານ​ທານ​ອ່ອນ​ແອ​ລົງ​ແລະ​ມັນ​ບໍ່​ສາ​ມາດ​ປົ​ກ​ປ້ອງ​ທ່ານ​ໄດ້.  ຖ້າ​ທ່ານບໍ່​ໃຊ້​ຢາ​ຕ້ານ​ທານ​ໂຣກ HIV, ທ່ານ​ອາດ​ຈະ​ເກີດ​​ເຈັບ​ປ່ວຍ​ຢ່າງ​ໜັກ.

HIV ແລະ ເອດສ (AIDS) ແມ່ນອັນດຽວກັນບໍ?


ບໍ່​ແມ່ນ.

HIV ແມ່ນ​ເຊື້ອໄວ​ຣັ​ສ​ຊະ​ນິດ​ໜຶ່ງ​ເຊິ່ງ​ຂ້າ​ເຊ​ລ​ພູມ​ຕ້ານ​ທານ​ໃນ​ຮ່າງ​ກາຍ.

AIDS ບໍ່​ ແມ່ນ​ເຊື້ອ​ໄວ​ຣັ​ສ.

ແອດ​ສ໌ ແມ່ນ​ພະ​ຍາດຫຼື​ການ​ເຈັບ​ປ່ວຍ​ທີ່​ບໍ່​ຄ່ອຍ​ຈະ​ເປັນ​ທີ່​ບຸກ​ຣຸກ​ຮ່າງ​ກາຍ​ເມື່ອ​ຣະ​ບົຍ​ພູມ​ຕ້ານ​ທານ​ຂອງ​ຮ່າງ​ກາຍ​ຂອງ​ເຮົາ​ອ່ອນ​ແອຫຼາຍ. ນີ້​ເກີດ​ຂຶ້ນ​ພາຍຫຼັງ HIV ສັງ​ຫານ ແຊນ​ລ໌ ສ່ວນ​ໃຫຍ່​ຂອງ​ຮ່າງ​ກາຍ​ຂອງ​ເຮົາ​ແລ້ວ. ນີ້​ສາ​ມາດ​ໃຊ້​ເວ​ລາຫຼາຍ​ປີ.AIDS ບໍ່​ຄ່ອຍ​ມີຫຼາຍ​ໃນ​ອອ​ສ​ເຕ​ຣ​ເລັຍ​ເພາະ​ວ່າ​ມີ​ຢາ​ປ້ອງ​ກັນ​ໄວ້​ໄດ້.

​ການ​ມີ​ເຊື້ອ HIV ບໍ່​ ໄດ້​ໝາຍ​ຄວາມ​ວ່າ​ທ່ານ​ຈະ​ເສັຍ​ຊີ​ວິດ​ຈາກ​ການ​ເປັນ ໂຣກ AIDS ໃນ​ປະ​ເທດອອ​ສ​ເຕ​ຣ​ເລັຍ​.

ຂ້ອຍຈະຮູ້ໄດ້ຢ່າງໃດວ່າຂ້ອຍມີເຊື້ອ HIV?


ວິ​ທີ​ດຽວ​ທີ​່​ຈະ​ຮູ້​ໄດ້​ວ່າ​ທ່ານ​ມີເຊື້ອ HIV ​ແມ່ນ​ຈາກ​ການກວດ​ເລືອດ.

  • ຖ້າ​ຜົນ​ການກວດ​ແມ່ນ ‘ລົບ, ​ໝາຍ​ຄວາມ​ວ່າ​ທ່ານ ບໍ່​ມີ ເຊື້ອ HIV
  • ຖ້າ​ຜົນ​ການກວດ​ແມ່ນ ‘ບວກ’, ໝາຍ​ຄວາມ​ວ່າ​ທ່ານ ມີ ເຊື້ອ HIV

ຫຼາຍໆ​ຄົນ​ບໍ່​ຮູ້ວ່າ​ຕົນ​ມີ​ເຊື້ອ HIV ເພາະ​ວ່າ​ເຂົາ​ເຈົ້າ​ຮູ້​ສຶກ​ສະ​ບາຍ​ດີ.  ແຕ່​ວ່າ​ເມື່ອ​ຕອນ​ທຳ​ອິດ​ທີ່​ທ່ານ​ຕິດ​ເຊື້ອ HIV ທ່ານ​ອາດ​ຈະ​ມີ​ອາ​ການ​ດັ່ງ​ນີ້:

  • ເຈັບ​ຫົວ
  • ເປັນ​ໄຂ້
  • ເມື່ອຍ​ອ່ອນ​ເພັຍ
  • ໃຄ​່​ຕາມ​ຕ່ອມ
  • ​ເຈັບ​ຄໍ
  • ​ເປັນ​ຜື່ນ​ແດງ
  • ເຈັບ​ຕາມ​ກ້າມ​ເນື້ອ​ແລະ​ຂໍ່
  • ເປັນ​​ຕຸ່ມຝີ​ໃນ​ປາກ
  • ​ເປັນ​​​ຕຸ່ມຝີ​ທີ່ອະ​ໄວ​ຍະ​ວະ​ເພດ
  • ​ເຫື່ອ​ອອກ​ຍາມ​ກາງ​ຄືນ
  • ຖອກ​ທ້ອງ

​ແຕ່​ວ່າອ​າ​ການ​ດັ່ງ​ກ່າວ​ອາດ​ຈະ​ເກີດ​ຍ້ອນ​ເຊື້ອ​ຫວັດ​ໃຫຍ່, ເປັນ​ຫວັດ​ແຮງ ຫຼື ການ​ເຈັບ​ປ່ວຍ​ຢ່າງ​ອື່ນ.  ຖ້າ​ທ່ານ​ຄິດ​ວ່າ​ທ່ານ​ອາດ​ຕິດ​ເຊື້ອ HIV ທ່ານ​ຕ້ອງ​ໄປ​ຫາ​ໝໍ​ເພື່ອ​ຂໍ​ໃຫ້​ເພິ່ນ​ກວດໃຫ້.

ຂ້ອຍຈະເຮັດຢ່າງໃດຖ້າຂ້ອຍມີເຊື້ອບວກ HIV ບວກ?


ສິ່ງ​ທຳ​ອິດ​ທີ່​ທ່​ານ​ຕ້ອງ​ເຮັດ​ແມ່ນ​ຕ້ອງ​ໄປ​ໂອ້​ລົມ​ກັບ​ທ່ານ​ໝໍ.  ເພິ່ນ​ສາ​ມາດຈັດ​ໃຫ້​ທ່ານ​ໄດ້​ໄປ​ໂອ້​ລົມ​ກັບ​ຄົນ​ອື່ນໆ​ເຊັ່ນ​ທີ່​ປຶກ​ສາ​ດ້ານ​ຈິດ​ໃຈ​ໃຫ້ ຖ້າ​ທ່ານ​ຕ້ອງ​ການ.

ທ່ານ​ໝໍ​ຈະ​ອອກ​ຢາ​ຕ້ານ​ທານ HIV ໃຫ້.  ຢາ​ເຫຼົ່າ​ນີ້​ຈະ​ຊ່ວຍ​ໃຫ້​ທ່ານ​ດຳ​ລົງ​ຊີ​ວິດ​ທີ່​ຍາວ​ນານ​ແລະ​ມີ​ສຸ​ຂະ​ພາບ​ອັນ​ດີ.

ເຊື້ອ HIV ສາມາດປິ່ນປົວຫຼື ປົວໃຫ້ຫາຍຂາດໄດ້ບໍ?


HIV ບໍ່​ສາ​ມາດ​ປິ່ນ​ປົວ​ໃຫ້​ຫາຍ​ຂາດ​ໄດ້​ແຕ່​ຢາ​ສາ​ມາດ​ປິ່ນ​ປົວ​ໄດ້. .

ຢາ​ຈະ​ຊ່ວຍຫຼຸດ​ຈຳ​ນວນ​ເຊື້ອ​ໄວ​ຣັ​ສ​ໃນ​ເລືອດ​ໃຫ້​ເປັນ​ປະ​ລິ​ມານຕ່ຳ​ລົງຫຼາຍ​ຈົນ​ເຖິງ​ຂັ້ນ​ເບິ່ງບໍ່​ເຫັນ​ແມ່ນ​ແຕ່​ການ​ສ່ອງ​ເບິ່ງ​ຈາກ​ກ້ອງ​ຈຸນ​ລະ​ທັດ.  ເຮົາ​ເອີ້ນ​ສິ່ງນີ້​ວ່າ  ‘ຈຳ​ນວນ​ເຊື້ອໄວ​ຣັ​ສ​ທີ່ກວດ​ຫາບໍ່​ພົບ’ ​ແລະ​ນັ້ນ​ໝາຍ​ຄວາມ​ວ່າ​ທ່ານ​ຈະ​ບໍ່​ເຈັບ​ປ່ວຍ​ຈາກ​ເຊື້ອ HIV ແລະ​ຈະ​ມີ​ອາ​ຍຸ​ທີ່​ຍືນ​ເຊັ່ນ​ຄົນ​ທົ່ວ​ໄປ.  ຖ້າ​ທ່ານ​ກິນ​ຢາ​ຕໍ່​ໄປ​ຢ່າງ​ຖືກ​ຕ້ອງ, ກໍ​ໝາຍ​ຄວາມ​ວ່າ​ທ່ານ​ຈະ​ບໍ່​ແພ່​ຜາຍ​ເຊື້ອ  HIV ໃຫ້​ແກ່​ຄົນ​ອື່ນ​ເຊັ່ນ​ກັນ.

ຂ້ອຍຈະປ້ອງກັນຕົນເອງຈາກການຕິດເຊື້ອ HIV ໄດ້ຢ່າງໃດ?


  • ໄປກວດເພື່ອໃຫ້ຮູ້ວ່າຕົວທ່ານເອງຫຼືຄູ່ຮ່ວມເພດຂອງທ່ານມີເຊື້ອ HIV ຫຼືບໍ່:  ​ຖ້າ​ທ່ານ​ມີ​ຄູ່​ຮ່ວມ​ເພດຫຼາຍກວ່າ​ຄົນ​ໜຶ່ງ (ຫຼື​ຄູ່​ຮ່ວມ​ເພດ​ຂອງ​ທ່ານ​ໄປ​ຮ່ວມ​ເພດ​ກັບ​ຄົນ​ອື່ນໆ), ໃຫ້​ໄປ​ກວດ​ເລື້ອຍໆ. ຄວາມ​ສ່ຽງ​ໃນ​ການ​ຕິດ​ເຊື້ອ HIV ຈະ​ສູງ​ຂຶ້ນ​ຖ້າ​ທ່ານ​ມີ​ຄູ່ຮ່ວມ​ເພດ​ທີ່ຫຼາຍ​ຄົນ​ຂຶ້ນ.
  • ໃຫ້ໃຊ້ຖົງອະນາໄມ
  • ໃຫ້ໄປກວດແລະປິ່ນປົວການຕິດເຊື້ອທີ່ແພ່ຜາຍທາງເພດ (STIs). ການ​ມີ  STI ຈະ​ເຮັດ​ໃຫ້​ຄວາມ​ສ່ຽງ​ໃນ​ການ​ຕິດເຊື້ອ HIV ຫຼື​ແພ່​ເຊື້ອ​ໃຫ້​ຄົນ​ອື່ນ​ສູງ​ຂຶ້ນ. ຈົ່ງ​ຂໍ​ໃຫ້​ບັນ​ດາ​ຄ່​ູ​ຄອງ​ຂອງ​ທ່ານ​ໄປ​ກວດ​ແລະປິ່ນ​ປົວ​ STIs ເຊັ່ນ​ກັນ.
  • ໃຫ້ສອບຖາມກັບທ່ານໝໍກ່ຽວກັບຢາ ແກ້ໄຂກ່ອນຕິດເຊື້ອ (pre-exposure prophylaxis) (PrEP).  PrEP ແມ່ນ​ຢາ​ທີ່​ຢຸດຢັ້ງບໍ່​ໃຫ້ຕິດ​ເຊື້ອ  HIV. ​ຢານີ້​ແມ່ນ​ສຳ​ລັບ​ຄົນ​ທີ່ບໍ່​ມີ​ເຊື້ອ HIV ແຕ່​ມີ​ຄວາມ​ສ່ຽງ​ສູງ​ທີ່​ຈະ​ຕິດ​ເຊື້ອ​ໄດ້.

‘ຄວາມ​ສ່ຽງ​ສູງ’ ໝາຍ​ເຖິງ:

    • ຄົນ​ທີ່​ມີ​ຄູ່​ຄອງ​ທີ່​ມີ​ HIV
    • ຄົນ​ທີ່​ມີ​ຄູ່​ຮ່ວມ​ເພດຫຼາຍກວ່າ​ຄົນ​ໜຶ່ງ
    • ຜູ້​ຊາຍ​ທີ່​ຮ່ວມ​ເພດ​ກັບ​ຜູ້​ຊາຍ​ຄົນ​ອື່ນໆ
    • ຄົນ​ທີ່​ບໍ່​ໃສ່​ຖົງ​ອະ​ນາ​ໄມ​ທຸກໆ​ເທື່ອ
    • ຄົນ​ທີ່​ໃຊ້​ເຂັມ, ເຂັມ​ສັກ​ຢາ, ນ້ຳ​ແລະ​ບ່ວງ​ໃນ​ການ​ສັກ​ຢາ​ເສບ​ຕິດ​ຮ່ວມ​ກັນ
  • ໃຫ້ໃຊ້ແຕ່ອຸປະກອນສັກຢາເສບຕິດ​​​ແລະນ້ຳທີ່ຂ້າເຊື້ອ (ສະອາດ) ​ແລ້ວເທົ່ານັ້ນ: . ຢ່າ​ໃຊ້​ເຄື່ອງ​ອຸ​ປະ​ກອນ​ຮ່ວມ​ກັບ​ຄົນ​ອື່ນ​ຈັກ​ເທື່ອ. HIV ສາ​ມາດ​ແພ່​ຜາຍ​ຈາກ​ຄົນ​ໜຶ່ງ​ໄປ​ຫາ​ຄົນ​ໜຶ່ງ​ໄດ້​ເຖິງ​ແມ່ນ​ວ່າ​ຢົດ​ເລືອດ​ຈະ​ນ້ອຍ​ຈົນ​ແນມບໍ່​ເຫັນ​ໃນ​ເຂັມ​ສັກ​ຢາ.
  • ສັກລາຍແລະເຈາະບ່ອງຮ່າງກາຍ: ໃຫ້​ໃຊ້​ແຕ່​ຮ້ານ​ທີ່​ມີ​ທະ​ບຽນ​ອະ​ນຸ​ຍາດ​ເທົ່າ​ນັ້ນ ເຊິ່ງທຳ​ຄວາມ​ສະ​ອາດ​ເຂັມ​ແລະ​ເຄື່ອງ​ອຸ​ປະ​ກອນ​ອື່ນໆ​​ຢ່າງ​ຖືກ​ຕ້ອງ​ແລະ​ຖິ້ມ​ຂອງ​ທີ່​ໃຊ້​ແລ້ວ.  ໃຫ້​ໝັ້ນ​ໃຈ​​ວ່າ​ເຂົາ​ເຈົ້າ​ໃຊ້​ນ້ຳ​ມຶກ​ໃໝ່​ກັບ​ທ່ານ.
  • ານຖ່າເລືອດແລະຂັ້ນຕອນທາງແພດຢ່າງອື່ນ:  ໃນ​ອອ​ສ​ເຕ​ຣ​ເລັຍ, ​ເລືອດ, ຜົນ​ຜະຫຼິດ​ຈາກ​ເລືອດແລະ​ອະ​ໄວ​ຍະ​ວະ ທຸກ​ຢ່າງ​ແມ່ນ​ໄດ້​ຮັບ​ການກວດ​ສອບ​ແລະ​ຖື​ວ່າ​ປອດ​ໄພ. ແຕ່ວ່າ​ການ​ຖ່າຍ​ເລືອດ, ຜະຫຼິດ​ຕະ​ພັນ​ຈາກ​ເລືອດ ແລະ ອະ​ໄວ​ຍະ​ວະ​ອາດ​ຈະ​ບໍ່​ປອດ​ໄພ​ໃນ​ປະ​ເທດ​ອື່ນໆ.

ເຮັດຢ່າງໃດຂ້ອຍຈຶ່ງຈະໝັ້ນໃຈວ່າຂ້ອຍຈະບໍ່ແພ່ຜາຍເຊື້ອ HIV ໃຫ້ຄົນອື່ນ?


  • ໃຫ້ໂອ້ລົມກັບທ່ານໝໍຂອງທ່ານເລື່ອງໃຊ້ຢາຕ້ານ HIV: ​ຢາ​ຕ້ານ HIV ເຮັດ​ໃຫ້​ຈຳ​ນວນ​ຂອງ​ໄວ​ຣັ​ສ​ໃນ​ເລືອດ​ຕ່ຳ​ລົງຫຼາຍ. ເມື່ອ​ຈຳ​ນ​ວນ​ຂອງ​ໄວ​ຣັ​ສ​ຕ່ຳ​ລົງຫຼາຍ, ທ່ານ​ກໍ​ບໍ່​ສ​າ​ມາດ​ແພ່​ຜາຍ​ HIV ໃຫ້​ແກ​່​ຄົນ​ອື່ນ​ໄດ້. ອັນ​ນີ້ ເອີ້ນ​ວ່າ ປົວ​ແບບ​ປ້ອງ​ກັນ  (TasP).
  • ໄປກວດສະໝ່ຳສະເໝີ : ເຖິງ​ແມ່ນ​ວ່າ​ທ່ານ​ຈະ​ກິນ​ຢາ HIV ຢຸ່​ກໍ​ຕາມ, ທ່ານ​ຄວນ​ໄປ​ກວດ​ຢ່າງ​ສະ​ໝ່ຳ​ສະ​ເໝີ. ເຊື້ອໄວ​ຣັ​ສ HIV ມີຫຼາຍ​ຊະ​ນິດ ແລະ ກໍ​ເປັນ​ໄປ​ໄດ້​ວ່າ​ຈະ​ມີ​ເຊື້ອ HIV ຫຼາຍກວ່າ​ໜຶ່ງ​ຊະ​ນິດ​ໃນ​ເວ​ລາ​ດຽວ​ . ຖ້າ​ເປັນ​ດັ່ງ​ນີ້ ອາດ​ຈະ​ຕ້ອງ​ໄດ້​ປ່ຽນ​ຢາ.
  • ໄປກວດຫາ STIs: ຢາ HIV ຈະ​ບໍ່​ຢຸດຢັ້ງໃນ​ການ​ຕິ​ດ​ເຊື້ອ ​ການ​ແພ່​ຜາຍ​ເຊື້ອ HIV ນັ້ນ​ຈະ​ແພ່​ຜາຍ (ຫຼື​ຕິດ) ​ງ່າຍ​ຂຶ້ນ ຖ້າ​ວ່າ​ທ່ານ​ມີ STI ຢູ່​ແລ້ວ. ​ໃຫ້​ໄປ​ກວດ​ຫາ STIs ຢ່າງ​ສະ​ໝ່ຳ​ສະ​ ເໝີ​ແລະປິ່ນ​ປົວໂຣກນີ້​ຖ້າ​ຜົນ​ການກວດ​ແມ່ນ ‘ບວກ’. ຄູ່​ຮ່ວມ​ເພດ (ບັນ​ດາ) ຂອງ​ທ່ານ​ຕ້ອງ​ໄດ້​ໄປ​ກວດ​ແລະ​ປິ່ນ​ປົວ​ເຊັ່ນ​ກັນ.
  • ໃຊ້ຖົງນາໄມ: ໃຫ້​ໃຊ້​ຖົງ​ອະ​ນາ​ໄມ​ທຸກ​ຄັ້ງ​ທີ່​ມີ​ການ​ຮ່ວມ​ເພດ
  • ຢ່າໃຊ້ເຂັມ, ເຂັມສັກຢາ, ບ່ວງ ທີ່ໃຊ້ສັກຢາເສບຕິດ ຮ່ວມກັນ
  • ນ້ຳນົມແມ່: ຖ້າ​ທ່ານກິນ​ຢາ HIV ຢູ່​ແລະ​ຢາກ​ໃຫ້​ລູກ​ກິນ​ນົມ​ແມ່, ໃຫ້​ໂອ້​ລົມ​ກັບ​ທ່ານ​ໝໍ​ທີ​ປົວ HIV ໃຫ້​ທ່ານ.

ຂ້ອຍຕ້ອງບອກໃຜບໍຖ້າຂ້ອຍມີ HIV?


ຕາມ​ກົດ​ໝາຍ​ແລ້ວ ທ່ານ ​ຕ້ອງ ບອກ:

  • ຄຸ່​ຮ​ວ່ມ​ເພດຫຼືບັນ​ດາ​ຄູ່​ຮ່ວມ​ເພດ​ຂອງ​ທ່ານ. ໃນ​ບາງ​ລັດ​ໃນ​ປະ​ເທດອອ​ສ​ເຕ​ຣ​ເລັຍ, ທ່ານ ຕ້ອງ ບອກ​ຄູ່​ຮ່ວມ​ເພດ​ຂອງ​ທ່ານ ກ່ອນ ຈະ​ຮ່ວມ​ເພດ​ກັບ​ເຂົາ. ​ແຕ່​ລະ​ລັດບໍ່​ຄື​ກັນ​ສະ​ນັ້ນ​ໃຫ້ສຳຫຼວດ​ເບິ່ງ​ກ່ອນ​ເດີນ​ທາງ​ໄປ​ລັດ​ນັ້ນ​.
  • ກອງ​ທັບ​ແຫ່ງ​ຊາດອອ​ສ​ເຕ​ຣ​ເລັຍ.  ທ່ານບໍ່​ສາ​ມາດ​ເຂົ້າ​ຮ່ວມກອງ​ທັບ​ໄດ້​ຖ້າ​ທ່ານ​ມີ HIV.
  • ຖ້າ​ທ່ານ​ເປັນ​ນັກ​ຂັບ​ເຮືອ​ບິນ
  • ຖ້າ​ທ່ານ​ຊື້​ປະ​ກັນ​ໄພ​ບາງ​ປະ​ເພດ​ເຊັ່ນ​ປະ​ກັນ​ໄພ​ສຸ​ຂ​ະ​ພາບຫຼື​ທ່ອງ​ທ່ຽວ
  • ຖ້າ​ທ່ານ​ຢາກ​ບໍ​ລິ​ຈາກ​ເລືອດຫຼື​ອະ​ໄວ​ຍະ​ວະ​ເຊັ່ນ ໝາກ​ໄຂ່ຫຼັງ.  ທ່ານບໍ່​ສາ​ມາດບໍ​ລິ​ຈາກ​ເລືອດຫຼື​ອະ​ໄວ​ຍະ​ວະ​ໄດ້​ຖ້າ​ທ່ານ​ມີ HIV.

ທ່ານບໍ່​ຈຳ​ເປັນ​ຕ້ອງບອກ:

  • ຫົວ​ໜ້າ
  • ເພື່ອນ​ຮ່ວມ​ງານ
  • ເພື່ອນ​ຮ່ວມ​ຫ້ອງ
  • ຄອບ​ຄົວ
  • ເຈົ້າ​ຂອງ​ບ້ານ​ເຊົ່າ
  • ນາຍ​ຄູ
  • ເພື່ອນ​ຮ່ວມ​ຫ້ອງ​ຮຽນ
  • ເພື່ອນ​ຝູງ

ຄົນ​ທີ່​ທ່ານ​ຄວນບອກ​ແມ່ນ:

  • ທ່ານ​ໝ​ໍ​ຂອງ​ທ່ານ​ເພື່ອ​ວ່າ​ເພິ່ນ​ຈະ​ໄດ້​ຊ່ວຍ​ໃນ​ການກວດ​ແລະ​ສັ່ງ​ຢາ
  • ຜູ້​ໃຫ້​ຄຳ​ແນະ​ນຳຫຼື​ຄົນ​ອື່ນໆ​ທີ່​ເປັນ​ພາກ​ສ່ວນ​ໃນລະ​ບົບ​ການ​ດູ​ແລ​ປິ່ນ​ປົວ HIV ​ຂອງ​ທ່ານ​ເພື່ອ​ວ່າ​ເຂົາ​ເຈົ້າ​ຈະ​ສາ​ມາດ​ຊ່ວຍ​ທ່ານ​ໄດ້.

ຂ້ອຍຈະໄປຂໍຄວາມຊ່ວຍເຫຼືອແລະຄຳແນະນຳໄດ້ຢູ່ໃສ?


ມີກູ່ມຊຸມຊົນສຳລັບຜູ້ຕິດເຊື້ອ HIV ຫຼາຍແຫ່ງໃນອອສເຕຣເລັຍທີ່ສາມາໃຫ້ຄຳແນະນຳແລະຊ່ວຍເຫຼືອທ່ານໄດ້.

ຂໍ້ມູນເພີ່ມເຕີມ