ພະຍາດຕັບອັກເສບຊະນິດ B ແມ່ນຫຍັງ?

ພ​ະ​ຍາດ​ຕັບ​ອັກ​ເສບ​ຊະ​ນິດ B ແມ່ນ​ຊື່​ຂອງ​ເຊື້ອ​ໄວ​ຣັ​ສ​ແລະ​ຊື່​ຂອງ​ການ​ເຈັບ​ປ່ວຍ​ທີ່ເຊື້ອ​ໄວ​ຣັ​ສ​​ກໍ່ຂຶ້ນ.

ພະ​ຍາດ​ຕັບ​ອັກ​ເສບ​ຊະ​ນິດ B ​ເຮັດ​ໃຫ້​ຕັບ​ຂອງ​ທ່ານ​ເກີດ​ເຈັບ​​ປ່ວຍ​ຂຶ້ນ​ມາ.  ການ​ດື່ມ​ເຫຼົ້າ​ເກີນ​ຂອບ​ເຂດ​ກໍ​ສາ​ມາດ​ກໍ່​ໃຫ້​ເກີດ​ອາ​ການນີ້​ໄດ້​ເຊັ່ນ​ກັນ; ພ້ອມ​ດຽວ​ກັນ ຢາເສບ​ຕິດ​, ສານ​ເຄ​ມີ​ບາງ​ປະ​ເພດ​ແລະ​ເຊື້ອ​ໄວຣັ​ສ​ຊະ​ນິດ​ອື່ນ​ກໍ​ສາ​ມາດ​ກໍ່​ໃຫ້​ເກີດ​ອາ​ການນີ້​ໄດ້ເຊັ່ນ​ກັນ.

ຕັບ​ຂອງ​ທ່ານ​ສຳ​ຄັນຫຼາຍ​ຕໍ່​ສຸ​ຂະ​ພາບ​ຂອງ​ທ່ານ.  ເມື່ອ​ມັນ​ເກີດ​ເສັຍ​ຫາຍ​ຂຶ້ນ​ມາ ມັນ​ອາດ​ຈະ​ບໍ່​ສາ​ມາດ​ເຮັດ​ວຽກ​ໄດ້​ດີ​ຕາມ​ປົກ​ກະ​ຕິ​ແລະ​ສາ​ມາດ​ເຮັດ​ໃຫ້​ທ່ານ​ເຈັບ​ປ່ວຍ​ຢ່າງ​ໜັກ​ໄດ້.

ພະ​ຍາດ​ຕັບ​ອັກ​ເສບ​ຊະ​ນິດ B ບາງ​ເທື່ອ​ກໍ​ເອີ້ນ​ວ່າ ເຮັບ​ບີ “hep B”.


ຂ້ອຍຕິດເຊື້ອຈາກພະຍາດຕັບອັກເສບຊະນິດ B ໄດ້ຢ່າງໃດ?


ພະ​ຍາດ​ຕັບ​ອັກ​ເສບ​ຊະ​ນິດ B ຈະ​ຕິດ​ຕໍ່​ກັນ​ເມື່ອ​ເລືອດຫຼື​ນ້ຳ​ກາມ​ຂອງ​ຄົນ​ໜຶ່ງ​ທີ່​ມີ​ເຊື້ອ​ພະ​ຍາດ​ຕັບ​ອັກ​ເສບ​ຊະ​ນິດ B ຜ່ານ​ເຂົ້າ​ໄປ​ໃນ​ເສັ້ນ​ເລືອດ​ຂອງ​ທ່ານ.  ທ່ານ​ສາ​ມາດ​ຕິດ​ເຊື້ອ​ຕັບ​ອັກ​ເສບ​ຊະ​ນິດ B ໄດ້​ເຖິງ​ແມ່ນ​ວ່າ​ປະ​ລິ​ມານ​ເລືອດຫຼື​ນ້ຳ​ກາມ​ນັ້ນ​ຈະ​ນ້ອຍ​ຈົນ​ເບິ່ງບໍ່​ເຫັນ​ກໍ​ຕາມ.

ສຳລັບເດັກທາຣົກແລະເດັກນ້ອຍ

  • ແມ່​ທີ່​ມີ​ເຊື້ອ​ຕັບ​ອັກ​ເສບ​ຊະ​ນິດ B ສາ​ມາດ​ແພ່​ເຊື້​ອ​ໃຫ້​ລູກ​ນ້ອຍຂອງ​ລາວ​ໄດ້​ຕອນ​ເດັກ​ເກີດ​ຖ້າ​ວ່າ​ເດັກ​ທາ​ຣົກ​ບໍ່​ໄດ້​ຮັບ​ການ​ສັກ​ຢາ​ປ້ອງ​ກັນ​ໂດຍ​ໄວ
  • ເດັກ​ນ້ອຍ​ທີ່​ມີ​ເຊື້ອ​ຕັບ​ອັກ​ເສບ​ຊະ​ນິດ B ​ສາ​ມາດ​ແພ່​ເຊື້ອ​ໃຫ້ເດັກ​ນ້ອຍ​ຄົນ​ອື່ນ​ທີ່ບໍ່​ໄດ້​ຮັບ​ການ​ປ້ອງ​ກັນ​ໄດ້, ໂດຍ​ຜ່ານ​ຮອຍ​ບາດຫຼື​ຮອຍແຜ​ທີ່ບໍ່​ໄດ້ປົກ​ປິດ​ໄວ້.

ຜູ້​ເຕັມ​ກະ​ສຽນ

ທ່ານສາມາດຕິດເຊື້ອຕັບອັກເສບຊະນິດ B ໄດ້ຈາກ:

  • ການ​ຮ່ວມ​ເພດ​ທາງ​ອະ​ໄວ​ຍະ​ວະ​ເພດ​ຍິງ, ທາງກົ້ນ ຫຼື ທາງ​ປາກ ໂດຍ​ບໍ່​ໃສ່​ຖົງ​ອະ​ນາ​ໄມ.
  • ​ ເຂັມ​ສັກ​ຢາ }vflad1kຫຼື ເຄື່ອງ​ມືທີ່​ໃຊ້​ສັກ​ເຂົ້າ​ໂຕ​ຢ່າງ​ອື່ນ​ລວມ​ທັງ​ການ​ໃຊ້​ບ່ວງ ຮ່ວມ​ກັນ
  • ສັກ​ລາຍຫຼື​ ບ່ອງ or ແທງ​ຕາມ​ຮ່າງ​ກາຍ​ດ້ວຍ​ເຄື່ອງ​ມື​ທີ່ບໍ່​ສະ​ອາດ
  • ໃຊ້​ແປງ​ຖູ​ແຂ້ວ, ມີດ​ແຖ, ຫຼື ໄມ້​ຖູ​ເລັບ ຮ່ວມ​ກັນ
  • ອຸ​ບັດ​ຕິ​ເຫດ​ທີ່​ເກີດ​ຈາກ​ເຂັມຫຼື​ຖືກ​ເລືອດ​ທີ່​ມີ​ເຊື້ອ​ຟົ້ງ​ໃສ່

ທ່ານ ບໍ່​ສາ​ມາດ ​ຕິດ​ເຊື້ອ​ຕັບ​ອັກ​ເສບ​ຊະ​ນິດ B ໄດ້​ຈາກ:

  • ການກອດ
  • ການ​ຈູບ
  • ກິນ​ອາ​ຫານ​ຮ່ວມ​ກັນ​ແລະ​ໃຊ້​ຖ້ວຍ​ບ່ວງ​ຮ່​ວມ​ກັນ
  • ກິນ​ອາ​ຫານ​ທີ່​ແຕ່ງ​ໂດຍ​ຄົນ​ທີ່​ມີ​ເຊື້ອ​ຕັບ​ອັກ​ເສບ​ຊະ​ນິດ B
  • ຖືກ​ສັດຫຼື​ແມງ​ໄມ້​ກັດ​
  • ເຫື່ອ
  • ​ການຊັກ​ເຄື່ອງ
  • ການຈາມຫຼື​ໄອ
  • ​ໃຊ້​ຫ້ອງ​ອາບ​ນ້ຳ​ຫຼື​ສ້ວມ​ຖ່າ​ຍ​ຮ່ວ​ມ​ກັນ
  • ສະ​ລອຍ​ນ້ຳ

ຂ້ອຍຈະຮູ້ໄດ້ຢ່າງໃດວ່າຂ້ອຍມີເຊື້ອຕັບອັກເສບຊະນິດ B?


ຄົນ​ສ່ວນຫຼາຍ​ຈະ​ບໍ່​ມີ​ສັນ​ຍານຫຼື​ອອກ​ອາ​ກາ​ນ​​ແລະ​ບໍ່​ຮູ້​ສຶກ​ເຈັບ​ປ່ວຍ​ຫຍັງ. ວິ​ທີ​ດຽວ​ທີ່​ຈະ​ຮູ້​ໄດ້​ແມ່ນ​ຕ້ອງກວດ​ເລືອດ.

ເມື່ອ​ທ່ານ​ຕິດ​ເຊື້ອ​ຕັບ​ອັກ​ເສບ​ຊະ​ນິດ ​B ຕອນ​ທຳ​ອິດ ທ່ານ​ອາດ​ຈະ​ມີ​ອາ​ການ​ດັ່ງ​ນີ້:

  • ຮາກ
  • ໄຂ້​ຄີງ​ຮ້ອນ
  • ບໍ່​ຢາກ​ກິນ
  • ນ້ຳ​ຍ່ຽວ​ສີ​ຄ້ຳ
  • ເຈັບ​ບໍ​ລິ​ເວນ​ຕັບ (ທາງ​ລຸ່ມ​ແຖວກະ​ດູ​ກ​ຂ້າງດ້ານຂວາ)
  • ​ເຈັບ​ຕາມຂໍ່
  • ຕາ​ແລະ​ຜິວ​ເປັນ​ສີ​ເຫຼືອງ (ເປັນຂີ້​ໝາກ​ເຫຼືອ​ງ)

ພະຍາດຕັບອັກເສບຊະນິດ B ເຮັດຫຍັງໄດ້ຕໍ່ຮ່າງກາຍຂອງຂ້ອຍ?


ເຊື້ອ​ຕັບ​ອັກ​ເສບ​ຊະ​ນິດ B ​ຈະເຂົ້າ​ໄປ​ໃນ​ເຊ​ລ​ຂອງ​ຕັບ​ແລະ​ເຮັດ​ໃຫ້​ຕັບ​ເກີດ​ເຈັບ​ປ່ວຍ​ຂຶ້​ນ​ມາ. ຮ່າງ​ກາຍ​ຕ້ອງ​ເຮັດ​ວຽກ​ໜັກ​ເພື່ອ​​ຕໍ່ສູ້​ກັບ​ເຊື້ອ​ໄວ​ຣັ​ສ​ທີ່​ຢູ່​ໃນ​ຕັບ​ນັ້ນ. ການ​ຕໍ່​ສູ້​ນີ້​ຈະ​ທຳ​ລາຍ​ຕັບ​ແລະ, ເມື່ອຫຼາຍ​ປີ​ຜ່ານ​ໄປ, ສາ​ມາດ​ເຮັດ​ໃຫ້​ຕັບ​ຢຸດ​ເຮັດ​ວຽກ​ໄດ້.

ຢູ່​ໃນ​ກໍ​ລະ​ນີ​ຂອງ​ຜູ້​ໃຫຍ່​ສ່ວນຫຼາຍ, ຮ່າງ​ກາຍ​ຈະ​ກຳ​ຈັດ​ເຊື້ອ​ຕັບ​ອັກ​ເສບ​ຊະ​ນິດ B ໄດ້​ພາຍ​ໃນ 6 ເດືອນຫຼັງ​ຈາກ​ທີ່​ຕິດ​ເຊື້ອ, ແລະ ທ່ານ​ຈະ​ບໍ່​ສາ​ມາດ​ຕິດ​ເຊື້ອ​ອີກ.

ແຕ່​ວ່າ​ໃນ​ກໍ​ລະ​ນີ​ຂອງ​ເດັກ​ນ້ອຍ​ແລະ​ຜູ້​ໃຫຍ່​ບາງ​ຄົນ, ບາງ​ເທື່ອ​ຮ່າງ​ກາຍ​ກໍ​ສູ້​ພະ​ຍາດບໍ່​ໄດ້, ແລະ​ເຊື້ອ​ພະ​ຍາດ​ຕັບ​ອັກ​ເສບ​ຊະ​ນິດ B ກໍ​ຈະ​ຢູ່​ໃນ​ຮ່າງ​ກາຍ​ຕະຫຼອດ​ຊີ​ວິດ. ອາ​ການນີ້​ເອີ້ນ​ວ່າ ‘ຕັບ​ອັກ​ເສບ​ຊະ​ນິດ B ແບບ​ເຮື້ອ​ຮັງ’ ​ແລະ​ມັນ​ສາ​ມາດ​ທຳ​ລາຍ​ຕັບ, ເຮັດ​ໃຫ້​ຕັບເປັນແປ້ວ (ໂຣ​ກ​ຕັ​ບ​ແຂງ) ​ແລະເປັນ​ມະ​ເຮັງ​ຕັບ.  ການ​ໃຊ້​ຢາ​ປິ່ນປົວ​ສາ​ມາດຫຼຸດ​ຜ່ອນ​ຄວາມ​ເສັຍ​ຫາຍ​ຂອງ​ຕັບ​ແລະ​ປ້ອງ​ກັນ​ມະ​ເຮັງ​ຕັບ​ໄດ້.

ຂ້ອຍຈະເຮັດຢ່າງໃດຖ້າຂ້ອຍມີເຊື້ອຕັບອັກເສບຊະນິດ B?


ທ່ານ ຕ້ອງ ໄປ​ຫາ​ໝໍ​ທຸກໆ​ຫົກ​ຫາ​ສິບ​ສອງ​ເດືອນ, ເຖິງ​ແມ່ນ​ວ່າ​ທ່ານ​ຈະ​ຮູ້​ສຶກ​ສະ​ບາຍ​ດີ​ກໍ​ຕາ​ມ. ທັງ​ນີ້ ກໍ​ຍ້ອນ​ວ່າ ພະ​ຍາດ​ຕັບ​ອັກ​ເສບ​ຊະ​ນິດ B ບໍ່​ເຮັດ​ໃຫ້​ທ່ານ​ຮູ້​ສຶກ​ເຈັບ​ປ່ວຍ. ຖ້າ​ວ່າ​ທ່ານ​ຮູ້​ສຶກ​ເຈັບ​ປ່ວຍ​ຂຶ້ນ​ມາ ນັ້ນ​ກໍ​ສະ​ແດງວ່າ​ຕັບ​ຂອງ​ທ່ານ​ໄດ້​ຮັ​ບ​ຄວາມ​ເສັຍ​ຫາຍ​ແລ້ວ. .

​ພ້ອມ​ດຽວ​ກັບ​ການກວດ​ເລືອດ, ທ່ານ​ໝໍ​ຂອງ​ທ່ານ​ອາດ​ຈະ​ໃຫ​້​ເຮັດຟາຍ​ໂບ​ຣ​ສະ​ແກນ (Fibroscan®) ດ້ວຍ. ການ​ເຮັດ Fibroscan® ແມ່ນ​ການ​ສະ​ແກນ​​ຕັບ​ເຊິ່ງ​ຈະ​ບອກທ່ານ​ໝໍ​ຂອງ​ທ່ານ​ໄດ້​ວ່າ​ຕັ​ບ​ໄດ້​ຮັບ​​ຄວາມເສັຍ​ຫາຍຫຼື​​ຕັ​ບ​ເປັນແປ້ວ (ຕັ​ບ​ແຂງ) ແລ້ວ​ບໍ ແລະ ອາ​ການ​ຮ້າຍ​ແຮງ​ປານ​ໃດ. ຈາກນັ້ນ ທ່ານ​ໝໍ​ຈະ​ເປັນ​ຜູ້​ຕັດ​ສິນ​ວ່າ​ທ່ານ​ຕ້ອງ​ກິນ​ຢາ ຫຼື ໄປ​ຄ​ລີ​ນິກ​ປົວ​ຕັບ ຫຼື ໄປ​ພົບ​ແພດ​ຊ່ຽວ​ຊານ​ດ້ານ​ຕັບ​ບໍ.

ພະຍາດຕັບອັກເສບຊະນິດ B ສາມາດປິ່ນປົວຫຼືປົວໃຫ້ຫາຍຂາດໄດ້ບໍ?


ແມ່ນແລ້ວ, ພະຍາດຕັບອັກເສບຊະນິດ B ສາມາດປິ່ນປົວໄດ້.

ແຕ່​ວ່າ​ບໍ່​ແມ່ນ​ວ່າ​ໝົດ​ທຸກ​ຄົນ​ທີ່​ມີ​ເຊື້ອ​ຕັບ​ອັ​ກ​ເສບ​ຊະ​ນິດ B ຈຳ​ເປັນ​ຕ້ອງ​ກິນ​ຢາ.  ທ່ານ​ໝໍ​ຂອງ​ທ່ານ​ຈະ​ບອກ​ທ່ານ​ວ່າ​ທ່ານ​ຕ້ອງ​ກິນ​ຢາຫຼືບໍ່.

ຢາບໍ່​ສາ​ມາດ​ປິ່ນ​ປົວ​ພະ​ຍາດ​ຕັບ​ອັກ​ເສບ​ຊະ​ນິດ B ໃຫ້​ຫ​າຍ​ຂາດ​ໄດ້. ແຕ່​ວ່າ​ມັນ​ສາ​ມາດ​ຄວບ​ຄຸມ​ຄວາມ​ເສັຍ​ຫາຍ​ທີ່​ເກີດ​ຂຶ້ນ​ຕໍ່​ຕັບ​ຂອງ​ທ່ານ, ເຮັດ​ໃຫ້​ເປີ​ເຊັນ​ທີ່​ຈະ​ເປັນ​ມະ​ເຮັງ​ຕັບ​ຕ່ຳ​ລົງ​ແລະ​ຊ່ວຍ​ໃຫ້​ຕັບ​ຟື້ນ​ຟູ​​ປົວແປງ​ໂຕ​ມັນ​ເອງ.

ໃຫ້​ລົມ​ກັບ​ທ່ານ​ໝໍ​ຂອງ​ທ່ານ​ວ່າ​ຢາ​ຊະ​ນິດ​ໃດ​ເໝາະ​ສົມ​ກັບ​ທ່ານ​ທີ່​ສຸດ.

ຂ້ອຍຈະຊ່ອຍຕັບຂອງຂ້ອຍໄດ້ຢ່າງໃດ?


  • ດື່ມ​ເຫຼົ້າ​ໃຫ້​ນ້ອຍ​ລົງຫຼື​ບໍ່​ດ​ື່ມ​ເລີຍ
  • ກິນ​ອາ​ຫານ​ທີ່​ສົມ​ດູນແລະ​ອາ​ຫານ​ສຸ​ຂ​ະ​ພາບ, ​ແລະ​ຢ່າ​ໃຫ້​ມີ​ໄຂ​ມັນຫຼາຍ​ໂພດ
  • ຢຸດຫຼື​ຜ່ອນ​ການ​ສູບ​ຢາ​ລົງ
  • ອອກ​ແຮງ​ກາຍ​ຢ່າງ​ສະ​ໝ່ຳ​ສະ​ເໝີ
  • ​ໃຫ້​ຄວ​ບ​ຄຸມ​ລະ​ດັ​ບ​ຄວາມ​ກົດ​ດັນ​​ທາງອາ​ລົມ​ແລະ​ໃຫ້​ໄປ​ຂໍ​ການ​ອູ້ມ​ຊູ
  • ໃຫ້​ບອກ​ທ່ານ​ໝໍ​ຂອງ​ທ່ານ​ໃຫ້​ຊາບ​ຖ້າ​ທ່ານ​ກິນ​ຢາ​ໃດໆ​ເຊັ່ນ​ຢາ​ສະ​ໝຸນ​ໄພ, ຢາ​ວິ​ຕາ​ມິນ, ຫຼື​ຢາ​ຈີນ. ຢາ​ບາງ​ຢ່າງ​ເຫຼົ່າ​ນີ້​ອາດ​ໄປ​ທຳ​ລາຍ​ຕັບ​ໄດ້, ໂດຍ​ສະ​ເພາະ​ຖ້າ​ກິນ​ປະ​ລິ​ມານຫຼາຍ​ແລະ​ກິນ​ເປັນ​ເວ​ລາ​ດົນ​ນານ.
  • ໃຫ້​ປ້ອງ​ກັນ​ຕົວ​ທ່ານ​ເອງ​ຈາກ​ການ​ຕິດ​ເຊື້ອ​ຕ່າງໆ ເພາະ​ວ່າ​ມັນ​ອາດ​ໄປ​ກະ​ທົບ​ຕໍ່​ສຸ​ຂະ​ພາບ​ຂອງ​ທ່ານ​ຢ່າ​ງ​ຮ້າຍ​ແຮງ​ແລະ​ເປັນ​ສາ​ເຫດ​ເຮັດ​ໃຫ້​ຕັບ​ຖືກ​ທຳ​ລາຍ:
  • ໃຫ້​ສັກ​ສາ​ຢາ​ປ້ອງ​ກັນ​ພະ​ຍາດ​ຕັບ​ອັກ​ເສບ​ຊະ​ນິດ A
  • ຢ່າ​ໃຊ້​ເຂັມຫຼື​ບ່ວງ​ຮ່ວມ​ກັນໃນ​​ການ​ສັກ​ຢາ​ເສບ​ຕິດ
  • ໃຫ້​ໃຊ້​ຖົງ​ອະ​ນາ​ໄມ

ຂ້ອຍຈະຫຼີກເວັ້ນຈາກການຕິດເຊື້ອຕັບອັກເສບຊະນິດ B ຫຼືແພ່ເຊື້ອໃຫ້ຄົນອື່ນໄດ້ຢ່າງໃດ?


ສັກຢາກັນໂຣກ

ການ​ສັກ​ຢາ​ກັນ​ໂຣກ​ແມ່ນ​ວິ​ທີ​ທີ່​ດີ​ທີ່​ສຸດ​ເພື່ອ​ຢຸດ​ຢັ້ງການ​ແພ່​ຜາຍ​ຂອງເຊື້ອ​ໂຣກ​ຕັບ​ອັກ​ເສບ​ຊະ​ນິດ B

​ກາຄວາມນ​ສັກ​ຢານັ້ນ​ປອດ​ໄພຫຼາຍ​ແລະ​ມັນ​ຈະ​ປ້ອງ​ກັນທ່ານ​​ໄດ້​ກວ່າ 95%

ທ່ານ​ຈະ​ໄດ້​ສັກ  2 ຫຼື 3 ເຂັມ​ໃນ​ລະ​ຍະ​ເວ​ລາ 6 ເດືອນ, ແລ້ວ​ແຕ່​ອາ​ຍຸ​ຂອງ​ທ່ານ.

ໃນ​ປະ​ເທດອອ​ສ​ເຕ​ຣ​ເລັຍ, ເດັກ​ທາ​ຣົກ​ທຸກ​ຄົນ​ທີ່​ມີ​ອາ​ຍຸ​ຕ່ຳ​ກວ່າ 1 ປີ ຈະ​ໄດ້​ຮັ​ບ​ການ​ສັກ​ຢາ​ຟ​ຣີ 4 ເຂັມ​ພາຍ​ໃນ​ລະ​ຍະ 6 ເດືອນ. ມີ​ການ​ແນະ​ນຳ​ໃຫ້​ເດັກ​ນ້ອຍ​ອາ​ຍຸ​ລະ​ຫວ່າງ 10 ຫາ 13 ປີ​ໃຫ້​ສັກ​ຢາ​ປ້ອງ​ກັ​ນ​ໂຣກນີ້ ຖ້າ​ບໍ່​ໄດ້​ສັກ​ຕອນ​ຍັງ​ເປັນ​ເດັກ​ທາ​ຣົກ.

ຖ້າ​ແມ່​ມີ​ເຊື້ອ​ຕັບ​ອັກ​ເສບ​ຊະ​ນິດ B ເດັກ​ທາ​ຣົກ​ຈະ​ໄດ້​ຮັ​ບ​ການ​ສັກ​ຢາ​ເພີ່ມ​ເຂັມ​ໜຶ່ງ​ພາຍ​ໃນ​ສິບ​ສອງ​ຊົ່ວ​ໂມງຫຼັງ​ຈາກ​ເກີດ. ຢາ​ສັກ​ເຂັມ​ນີ້​ຈະ​ເປັນ​ການ​ປ້ອງ​ກັນ​ເດັກ​ທາ​ຣົກ​ໄດ້​ດີ​ທີ່​ສຸດ. ເມື່ອ​ເດັກ​ທາ​ຣົກ​ອາ​ຍຸ​ໄດ້ 9 ເດືອນ, ເຂົາ​ເຈົ້າ​ຕ້ອງ​ໄດ້​ຮັບ​ການກວດ​ເພື່ອ​ໃຫ້​ໝັ້ນ​ໃຈ​ວ່າ​ເຂົາ​ເຈົ້າ​ໄດ້​ມີ​ພູມ​ຕ້ານ​ທານ​ພະ​ຍ​າດ​ຕັບ​ອັກ​ເສບ​ຊະ​ນິດ B ແລ້ວ.

ເພື່ອຫຼີກເວັ້ນການແພ່ເຊື້ອຕັບອັກເສບຊະນິດ B ໃຫ້ໃຜຜູ້ໜຶ່ງ:

  • ​ໃຫ້​ໝັ້ນ​ໃຈ​ວ່າ​​ຜູ້​ທີ່​ມີ​​ຄວາມໃກ້​ຊິດກັບ​ທ່ານ​ຕ້ອງ​ໄດ້​ສັກ​ຢາ​ປ້ອງ​ກັນ
  • ໃຫ້​ໃຊ້​ຖົງ​ອະ​ນາ​ໄມ
  • ຢ່າ​ໃຊ້ ແປງ​ຖູ​ແຂ້ວ, ມີດ​ແຖ ຫຼື ເຄື່ອງ​ໃຊ້​ສ່ວນ​ຕົວ​ອື່ນໆ​ທີ່​ອາດ​ມີ​ເລືອດ​ຕິດ​ຢູ່, ລວ​ມ​ທັງ​ເລືອດ​ແຫ້ງ ຮ່ວມ​ກັນ
  • ຢ່າ​ໃຫ້​ຄົນ​ອື່ນ​ແຕະ​ຕ້ອງ​ແຜ​ເປີດ​ຂອງ​ທ່ານນອກ​ຈາກວ່າ​ເຂົາ​ເຈົ້າ​ໃສ່​ຖົງ​ມື
  • ຢ່າ​ໃຊ້​ເຂັມ, ເຂັມ​ສັກ​ຢາ ຫຼື ເຄື່ອງ​ມື​ສັກ​ຢາ​ເສບ​ຕິດ​ອື່ນໆ ຮ່ວມ​ກັນ
  • ຢ່າ​ບໍ​ລິ​ຈາກ​ເລືອດ, ເຊື້ອ​ສະ​ເປີມ, ອະ​ໄວ​ຍະ​ວະ ຫຼື ເນື້ອ​ເຍື່​ອ​ຮ່າງ​ກາຍ

ໃຫ້​ໂອ້​ລົມ​ກັບ​ທ່ານ​ໝໍ​ຂອ​ງ​ທ່ານ​ລ່ວງ​ໜ້າ​ເລື່ອງ​ສັກ​ຢາ​ປ້ອງ​ກັນ​ໃຫ້​ລູກ​ນ້ອຍ​ຂອງ​ທ່ານ ຖ້າ​ທ່ານ​​ກຳ​ລັງຖື​ພາ ຫຼື ຢາກ​ມີ​ລູກ.

ຂ້ອຍຕ້ອງບອກໃຫ້ຄົນອື່ນຮູ້ບໍຖ້າຂ້ອຍມີເຊື້ອຕັບອັກເສບຊະນິດ B?


  • ທ່ານ​ຄວນບອກ​ຄອບ​ຄົວ​, ຄົນ​ທີ່​ທ່ານ​ຢູ່​ດ້ວຍ ແລະ ຄູ່​ຮ່ວມ​ເພດ​ຂອງ​ທ່ານ (ຫຼື​ບັນ​ດາ​ຄູ່​ຮ່ວມ​​ເພດ) ໃຫ້​ຮູ້ ເພື່ອ​ວ່າ​ເຂົາ​ເຈົ້າ​ຈະ​ໄດ້​ໄປ​ກວດ​ແລະ​ສັກ​ຢາ​ປ້ອງ​ກັນ.  ທ່ານ​ໝໍ​ຂອງ​ທ່ານສາ​ມາດ​ຊ່ວຍ​ທ່ານ​ໄດ້​ໃນ​ເລື່ອງນີ້.
  • ​ຖ້າ​ທ່ານ​ຢາກ​ສະ​ໝັກ​ເຂົ້າ​ຮ່ວມ​ໃນ ກອງ​ທັບ​ແຫ່ງ​ຊາດ​ຂອງອອ​ສ​ເຕ​ຣ​ເລັຍ, ທ່ານ​ຕ້ອງບອກ​ໃຫ້​ທາງ​ກອງ​ທັບ​ຊາ​ບ.
  • ທ່ານ​ຕ້ອງ​ແຈ້ງ​ໃຫ້​ບ​ໍ​ລິ​ສັດ​ປະ​ກັນ​ໄພ​ຂອງ​ທ່ານ​ໃຫ້​ຮູ້. ຖ້າບໍ່​ແຈ້ງ, ເຂົາ​ເຈົ້າ​ອາດ​ຈະ​ບໍ່​ຈ່າຍ​ເງິນ​ໃຫ້​ຖ້າ​ທ່ານ​ເຈັບ​ປ່ວຍຫຼື​ໄດ້​ຮັບ​ບາດ​ເຈັບ.
  • ຖ້າ​ທ່ານ​ເປັນ​ພະ​ນັກ​ງານ​ດູ​ແລ ສຸ​ຂະ​ພາບ ທີ່​ເຮັດ​ວຽກ​​ທີ່ກ່ຽວ​ຂ້ອງ​ກັບ​ຂັ້ນ​ຕອນ​ທາງ​ແພດ ເຊິ່ງທ່ານບໍ່​ສາ​ມາດ​ແນມ​ເຫັນ​ມື​ຂອງ​ຕົນ​ເອງ​ໄດ້ (ເຊັ່ນ​​ໝໍ​ຜ່າ​ຕັດຫຼື​ໝໍ​ແຂ້ວ), ທ່ານ​ຕ້ອງ​ແຈ້ງ​ ນາຍ​ຈ້າງ​ຫຼື​ຫົວ​ໜ້າ​ຂອງທ່ານໃຫ້​ຊາບ ແລະ ຂໍ​ຄຳ​ແນະ​ນຳ​ຈາກ​ທາງ​ແພດ​ຊ່ຽວ​ຊານ.

ທ່ານ ບໍ່ ຈຳ​ເປັນຕ້ອງບອກ​ ຫົວ​ໜ້າ, ເພື່ອນ​ຮ່ວມ​ງານ, ເພື່ອນ​ນັກ​ຮຽນ ຫຼື ເພື່ອນ​ຝູງ ໃຫ້ ຮູ້ .

ການບອກ​ບຸກ​ຄົນ​ເຊັ່ນ​ໝໍ​ປົວ​ແຂ້ວຫຼື​ທ່ານ​ໝໍ​ຂອງ​ທ່ານນັ້ນ ຈະ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ການ​ດ​ູ​ແລ​ທາງ​ແພດ​ທີ່​ດີ​ທີ່​ສຸດ​ໃຫ້​ທ່ານ, ແຕ່​ວ່າ​ອັນ​ນີ້​ກໍ​ແມ່ນ​ການ​ເລືອກ​​ຂອງ​ທ່ານ​ເອງ.  ​ຖ້າ​ທ່ານ​ຕັດ​ສິນ​ໃຈ​ບ​ອກ​ໃຫ້​ເຂົາ​ເຈົ້າ​ຮູ້, ເຂົາ​ເຈົ້າ​ບໍ່​ສາ​ມາດ​ທີ່​ຈະ​ໄປ​ບອກ​ຄົນ​ອື່ນ​ຕໍ່.

ທ່ານ​ອາດ​ຢາກ​ເວົ້າ​ລົມ​ກັບ​ຄົນ​ອື່ນໆ​ທີ່​ເຂົ້າ​ອົກ​ເຂົ້າ​ໃຈ​ແລະ​ອູ້ມ​ຊູ​ທ່ານ​ໄດ້.  ໃຫ້​ໃຊ້​ເວ​ລາ​ກ່ອນ​ຕັດ​ສິນ​ໃຈ​ວ່າ​ທ່ານ​ຄິດ​ວ່າ​ແມ່ນ​ໃຜ​ແດ່​ທີ່​ທ່ານ​ເຊື່ອ​ໃຈ​ໄດ້.

ຂ້ອຍຈະໄປຂໍຄວາມຊ່ວຍເຫຼືອແລະຄຳແນະນຳໄດ້ຢູ່ໃສ?


ມີກຸ່ມຊຸມຊົນສຳລັບຜູ້ຕິດພະຍາດຕັບອັກເສບຊະນິດ B ຫຼາຍແຫ່ງໃນອອສເຕຣເລັຍທີ່ສາມາດໃຫ້ຄຳແນະນຳແລະຊ່ວຍເຫຼືອທ່ານໄດ້.


ຂໍການອູ້ມຊູຈາກກຸ່ມຊຸມຊົນພະຍາດຕັບອັກເສບ

ຂໍ້ມູນເພີ່ມເຕີມ