ພະຍາດຕັບອັກເສບຊະນິດ C ແມ່ນຫຍັງ?

ພະ​ຍາດ​ຕັບ​ອັກ​ເສບ​ຊະ​ນິດ C ແມ່ນ​ຊື່​ຂອງ​ເຊື້ອ​ໄວ​ຣັ​ສ​ທີ່​ເຮ​ັດ​ໃຫ້​ຕັບ​ຂອງ​ທ່ານ​ເກີດເຈັບ​ປ່ວຍ​ຂຶ້ນ​ມາ.  ​ການ​ດື່​ມ​ເຫຼົ້າ​ເກີນ​ຂອບ​ເຂດ, ການ​ໃຊ້​ຢາ​ເສບ​ຕິດ, ​ສານ​ເຄ​ມີ​ບາງ​ປະ​ເພດ​ແລະ​ເຊື້ອ​ໄວ​ຣັ​ສ​ອື່ນ​ບາງ​ຊະ​ນິດກໍ​ສາ​ມາດ​ເຮັດ​ໃຫ້​ຕັບ​ເກີດ​ເຈັບ​ປ່ວຍ​ຂຶ້ນ​ມາ​ໄດ້​ເຊັ່ນ​ກັນ.

ຕັບ​ຂອງ​ທ່ານ​ສຳ​ຄັນ ຫຼາຍ​ແທ້ໆຕໍ່​ສຸ​ຂະ​ພາບ​ຂອງ​ທ່ານ.  ເມື່ອ​ມັນ​ເກີດ​ເສັຍ​ຫາຍ​ຂຶ້ນ​ມາ ມັນ​ອາດ​ຈະ​ບໍ່​ສາ​ມາດ​ເຮັດ​ວຽກ​ໄດ້​ດີ​ຕາມ​ປົກ​ກະ​ຕິ​ແລະ​ສາ​ມາດ​ເຮັດ​ໃຫ້​ທ່ານ​ເຈັບ​ປ່ວຍ​ຢ່າງ​ໜັກ​ໄດ້.

ພະ​ຍາດ​ຕັບ​ອັກ​ເສບ​ຊະ​ນິດ C ບາງ​ເທື່ອ​ກໍ​ເອີ້ນ​ວ່າ ເຮັບ​ຊີ “hep C”.


ຂ້ອຍຕິດເຊື້ອຈາກພະຍາດຕັບອັກເສບຊະນິດ C ໄດ້ຢ່າງໃດ?


ທ່ານ​ສາ​ມາດ​ຕິດ​ເຊື້ອ​ພະ​ຍາດຕັບ​ອັກ​ເສບ​ຊະ​ນິດ C ຖ້າ​ຫາກວ່າ​ເລືອດ​ຂອງ​ຄົນ​ທີ່​ມີ​ເຊື້ອ​ໄວ​ຣັ​ສ​ຕັບ​ອັກ​ເສບ​ຊະ​ນິດ C ເຂົ້າ​ໄປ​ໃນເສັ້ນ​ເລືອດ​ຂອງ​ທ່ານ.  ເຖິງ​ແມ່ນ​ວ່າ​ຢົດເລືອດນັ້ນ​ຈະ​ນ້ອຍ​ຈົນ​ເບິ່ງບໍ່​ເຫັນ​ກໍ​ຕາມ, ທ່ານ​ກໍ​ສາ​ມາດ​ຕິດ​ເຊື້ອ​ຕັບອັກ​ເສບ​ຊະ​ນິດ C ໄດ້.

ກິດຈະກຳທີ່ມີຄວາມສ່ຽງສູງ

  • ໃຊ້​ເຂັມ, ເຂັມ​ສັກ​ຢາ ແລະ ບ່ວງ​ທີ່​ໃຊ້​ສັກ​ຢາ​ເສບ​ຕິດ​ຮ່ວມ​ກັນ​ແມ່ນ​ສ​າ​ເຫດໃຫຍ່​ທີ່​ສຸດ​ທີ່​ເຮັດ​ໃຫ້​ຄົນ​ຕິດ​ເຊື້ອ​ຕັບ​ອັກ​ເສບ​ຊະ​ນິດ C
  • ​ການສັກ​ລາຍ​ທີ່ບໍ່​ຂ້າ​ເຊື້ອ, ເຈາະ​ຕາມ​ຮ່າງ​ກາຍ ຫຼື ​ພິ​ທີກຳ
  • ບັນ​ດາ​​ຂັ້ນ​ຕອນການ​ຜ່າ​ຕັດ​ຕ່າງໆ​ທີ່​ຜິວ​ໜັງຖືກເຈາະ​ດ້ວຍ​ເຂັມ​ທີ່​ໃຊ້ໃນ​ທາງ​​ການແພດ, ​ການ​ປົວ​ແຂ້ວຫຼື​ການ​ຝັງ​ເຂັມ ທີ່ບໍ່​ໄດ້​ຂ້າ​ເຊື້ອ​

ກິດຈະກຳທີ່ມີຄວາມສ່ຽງຕ່ຳ

  • ແມ່​ທີ່​ມີ​ເຊື້ອ​ຕັບ​ອັກ​ເສບ​ຊະ​ນິດ C ອາດ​ແພ່​ເຊື້ອ​ຕໍ່​ຫາ​ລູກ​ໄດ້​ໃນ​ລະ​ຫວ່າງ​ຖື​ພາຫຼື​ຕອນ​ເກີດ​ລຸກ.
  • ການ​ໃຊ້​ແປງ​ຖູ​ແຂ້ວ​ແລະ​ມີດ​ແຖ​ຮ່ວມ​ກັນ
  • ການ​ຖືກ​ເຂັມ​ແທງ​ໂດຍ​ອຸ​ບັດ​ຕິ​ເຫດ​ທີ່​ເກີດ​ຂຶ້ນ​ກັບ​ພະ​ນັກ​ງານ​ດູ​ແລ​ສຸ​ຂ​ະ​ພາບ

ທ່ານບໍ່ສາມາດຕິດເຊື້ອຕັບອັກເສບຊະນິດ C ຈາກ:

  • ການ​ໃຊ້​ຫ້ອງນ້ຳຫຼື​ອາບ​ນ້ຳ​ຝັກ​ບົ່ວ​ຮ່ວມ​ກັນ
  • ເຫື່ອ ຫຼື​ ຊັກ​ເຄື່ອງ​ໃຫ້​ຄົນ​ທີ່​ມີ​ເຊື້ອ​ຕັບ​ອັກ​ເສບ​ຊະ​ນິດ C
  • ການ​ໃຊ້​ບ່ວງ​ສ້ອມ, ຈານ ຫຼື ຈອກງວງແລະ ຈອກ​ນ້ຳ ຮ່ວມ​ກັນ
  • ກິນ​ອາ​ຫານ​ທີ່​ຄົວ​ໂດຍ​ຄົນ​ທີ່​ມີ​ເຊື້ອ​ຕັບ​ອັກ​ເສບ​ຊະ​ນິດ C
  • ການ​ຈາມ, ໄອ, ຈູບ ຫຼື ກອດ
  • ສະ​ອາບ​ນ້ຳ
  • ຖືກ​ສັດຫຼື​ແມງ​ໄມ້​ກັດ​ຕ່ອຍ (ຕົວ​ຢ່າງ ຍຸງ)

ການ​ສັກ​ຢາ​ປ້ອງ​ກັນ​ໂຣກ, ຕື່ມ​ເລອດແລະ ຂັ້ນ​ຕອນ​ຜ່າ​ຕັດ​ທາງ​ການ​ແພດ​ແລະ​ດ້ານ​ການ​ປົວ​ແຂ້ວ​ແມ່ນ​ປອດ​ໄພ​ຢູ່​ໃນ​ປະ​ເທດອອ​ສ​ເຕ​ຣ​ເລັຍ​ຖ້າ​ວ່າ​ກົດ​ລະ​ບຽບ​ແລະ​ຂໍ້​ກຳ​ນົດ​ຕ່າງໆ​ຖືກ​ປະ​ຕິ​ບັດ​ຕາມ.

ຂ້ອຍຈະຮູ້ໄດ້ຢ່າງໃດວ່າຂ້ອຍມີເຊື້ອຕັບອັກເສບຊະນິດ C?


ຄົນສ່ວນຫຼາຍເບິ່ງບໍ່ຄືເຈັບປ່ວຍຫຼືບໍ່ຮູ້ສຶກເຈັບປ່ວຍຫຍັງ. ອາການທີ່ມັກເປັນແມ່ນວິ່ງວຽນປວດຮາກ. ວິທີດຽວທີ່ຈະຮູ້ໄດ້ແນ່ນອນກໍຄືຕ້ອງໄປກວດເລືອດ.

ເວລາໃດທີ່ຂ້ອຍຄວນໄປກວດ?


ຈົ່ງ​ໄປ​ໃຫ້​ໝໍ​ກວດ​ຖ້າ​ວ່າ:

  • ທ່ານ​ເຄີຍ​ໃຊ້​ເຂັມ​ສັກ​ຢາ​ເສບ​ຕິດ, ເຖິງ​ແມ່ນ​ວ່າ​ຈະ​ໃຊ້ພຽງ​ຄັ້ງ​ດຽວຫຼື​ຜ່ານ​ມາເປັນ​ເວ​ລາ​ດົນ​ນານ​ແລ້ວກ​ໍ​ຕາມ. (ຢາ​ດັ່ງ​ກ່າວ​ລວມ​ເຖິງ​ຢາ​ສະ​ເຕຣອຍ​ທີ່​ໃຊ້ໃນ​ສະ​ຖານ​ທີ່​ອອກ​ແຮງ​ກາຍ​)​
  • ທ່ານ​ເຄີຍ​ຢູ່​ໃນ​ຄຸກ​ໃນ​ປະ​ເທດ​ໃດ​ໜຶ່ງ
  • ທ່ານ​ໄດ້​​ເຮັດ​ການ​ປ່ຽນ​ອະ​ໄວ​ຍະ​ວະຫຼື​ຖ່າຍ​ເລືອດ​ໃນ​ອອ​ເຕ​ຣ​ເລັຍ​ກ່ອນ​ປີ 1990 ຫຼື​ໃນ​ປະ​ເທດ​ອື່ນໆ​ກ່ອນ​ປະ​ເທດນັ້ນ​ເລີ່ມມີການກວດ​ຫາ​ພະ​ຍາດ​ຕັບ​ອັກ​ເສບ​ຊະ​ນິດ C
  • ​ທ່ານ​ໄດ້​ສັກ​ລາຍ​ຫຼື​ເຈາະບ່ອງ​ຜິວ​ໜັງ
  • ທ່ານ​ມາ​ຈາກ​ປະ​ເທດ​ທີ່​ມີ​ຈຳ​ນວນ​ຄົນ​ເປັນພະ​ຍາດ​ຕັ​ບ​ອັກ​ເສບ​ຊະ​ນິດ C ສູງ ເຊັ່ນ ອາ​ຟ​ຣິ​ກາ, ແຖບ​ຕາ​ເວັນ​ອອກ​ກາງ (ໂດຍ​ສະ​ເພາະ​ປະ​ເທດ​ອີ​ຢີບ), ແຖບ​ເມ​ດີ​ຕາ​ເຣ​ນຽນ, ຢູ​ໂຣບ​ຕາ​ເ​​ວັນ ອອກ, ແລະເອ​ເຊັຍ​ແຖບ​ໃຕ້.
  • ແມ່​ຂອງ​ທ່ານ​ມີ​ເຊື້ອ​ຕັບ​ອັກ​ເສບ​ຊະ​ນິດ C
  • ທ່ານ​ແມ່ນ​ຜູ້​ຊາຍ, ມີ​ເຊື້ອ HIV ແລະ​ຮ່ວມ​ເພດ​ກັບ​ຜູ້​ຊາຍ
  • ຄູ່​​ຮ່ວມເພດ​ຂອງ​ທ່ານ​ມີ​ເຊື້ອ​ຕັ​ບ​ອັກ​ເສບ​ປະ​ເພດ C

ພະຍາດຕັບອັກເສບຊະນິດ C ເຮັດຫຍັງໄດ້ຕໍ່ຮ່າງກາຍຂອງຂ້ອຍ?


ເຊື້ອ​ໄວ​ຣັ​ສຕັບ​ອັກ​ເສບ​ຊະ​ນິດ C ​ຈະ​ເຂົ້າ​ໄປ​ໃນ​ເຊ​ລ​ຂອງ​ຕັບ​ແລະ​ເຮັດ​ໃຫ້​ເກີດ​ເຊື້ອ​ໄວ​ຣັ​ສ​ມີ​ຈຳ​ນວນຫຼາຍ​ຂຶ້ນ​ໃນ ​ເຊ​ລ ຕັບ.  ຮ່າງ​ກາຍ​ຈະ​ທຳ​ການ​ຕໍ່​ສູ້​ກັບ​ເຊື້ອ​ໄວ​​ຣັສ​ໃນ​ຕັບ​ນັ້ນ​ເຊິ່ງ​ອາດ​ເຮັດ​ໃຫ້​ຕັບ​ເກີດການ​ຄວາມເສັຍ​ຫາຍ​ໄດ້.  ບາງ​ເທື່ອ ຮ່າງ​ກາຍ​ຂອງ​ທ່ານ​ກໍ​ຈະ​ຕໍ່​ສູ້​ກັບ​ໄວ​ຣັ​ສ​ທັງ​ໝົດ​ໄດ້​ດ້ວຍ​ຕົວ​ເອງ. ອັນ​ນີ້ ສາ​ມາດ​ເກີດ​ຂຶ້ນ​ໄດ້​ພາຍ​ໃນ​ຫົກ​ເດືອນຫຼັງ​ຈາກ​ທີ່​ທ່ານ​ມີ​ເຊື້ອ​ໄວ​ຣັ​ສ.

ຄົນ​ສ່​ວນ​ໃຫຍ່ບໍ່​ສາ​ມາດ​ກຳ​ຈັດ​ເຊື້ອ​ໄວ​ຣັ​ສ​ທັງ​ໝົດ​ໄດ້.  ໃນ​ເວ​ລາຫຼາຍ​ປີ​ຕໍ່​ມາ, ຕັ​ບ​ກໍ​ໄດ້​ຮັບ​ຄວາມ​ເສັຍ​ຫາຍ​ຮ້າຍ​ແຮງ​ແລະ​ເກີດ​ຮອຍ​ແປ້ວ​ຢ່າງ​ມາກ​ມາຍ.  ອາ​ການນີ້​ເອື້ນ​ເອີ້ນວ່າ ‘ໂຣກ​ຕັ​ບ​ແຂງ’ ແລະ​ສາ​ມາດ​ນຳ​ໄປ​ສູ່​ການ​ເປັນ​ມະ​ເຮັງ​ຕັບ​ແລະ​ຕັບ​ວາຍ​ໄດ້​.

ພະຍາດຕັບອັກເສບຊະນິດ C ສາມາດປິ່ນປົວຫຼືປົວໃຫ້ຫາຍຂາດໄດ້ບໍ?


ແມ່ນແລ້ວທ່ານ​ໝໍ​ຂອງ​ທ່ານ​ຈະ​ສັ່ງ​ຢາໃຫ້​ເພື່ອ​​ທຳການ​ປິ່ນ​ປົວ​ພະ​ຍ​າດ​ຕັບ​ອັກ​ເສບ​ຊະ​ນິດ C

ໃຫ້ແກ່ທ່ານ

ໃຫ້ແກ່ທ່ານ


ຂ້ອຍຕ້ອງບອກໃຫ້ຄົນອື່ນຮູ້ບໍຖ້າຂ້ອຍມີເຊື້ອຕັບອັກເສບຊະນິດ C?

​ຕາມ​ທາງ​ກົດ​ໝາຍ​ແລ້ວ ທ່ານ​ ຕ້ອງ ບອກ​ຄົນ​ເຫຼົ່າ​ນີ້::

  • ຖ້າ​ທ່ານ​ບໍ​​ລ​ິຈາກ​ເລືອດ​ແກ່​ຄັງ​ເລືອດ
  • ຖ້າ​ທ່ານ​ບໍ​ລິ​ຈາກ​ອະ​ໄວ​ຍະ​ວະ​ໃນ​ຮ່າງ​ກາຍ (ເຊັ່ນ ໝາກ​ໄຂ່ຫຼັງ) ຫຼື​ນ້ຳ​ແຫຼວ​ໃນ​ຮ່າງ​ກາຍ (ເຊັ່ນ ນ້ຳເຊື້ອ​ສະ​ເປີມ)
  • ​ບາງ​ບໍ​ລິ​ສັດ​ປະ​ກັ​ນ​ໄພ​ຈະ​ຂໍ​ໃຫ້​ທ່ານ​ແຈ້​ງວ່າ​ທ່ານ​ມີ​ເຊື້ອ​ຕັບ​ອັກ​ເສບ​ຊະ​ນິດ C ຫຼື​ພ​ະ​ຍາດ​ຢ່າງ​ອື່ນ​ບໍ. ຖ້າ​ທ່ານບໍ່​ແຈ້ງ​ເຂົາ, ເຂົາ​ອາດ​ຈະ​ບໍ່​ຈ່າຍ​ເງິນ​ໃຫ້​ເມື່ອ​ທ່ານ​ເຮັດ​ຄຳ​ຮ້ອງ​ຂໍ​ເງິນ.
  • ຖ້າ​ທ່ານ​​ຢາກ​ສະ​ໝັກ​ເຂົ້າ​ຮ່ວມ​ໃນ​ກອງ​ທັບ​ແຫ່ງ​ຊາດອອ​ສ​ເຕ​ຣ​ເລັຍ (ADF), ທ່ານ​ຕ້ອງ​ໄດ້​ແຈ້ງ​ໃຫ້​ທາງກອງ​ທັບ​ຊາບ.
  • ຖ້າ​ທ່ານ​ເປັນ​ພະ​ນັກ​ງານ​ດູ​ແລ ສຸ​ຂະ​ພາບ ທີ່​ເຮັດ​ວຽກ​​ກ່ຽວ​ຂ້ອງ​ກັບ​ຂັ້ນ​ຕອນ​ທາງ​ແພດ ເຊິ່ງທ່ານບໍ່​ສາ​ມາດ​ແນມ​ເຫັນ​ມື​ຂອງ​ຕົນ​ເອງ​ໄດ້ (ເຊັ່ນ​​ໝໍ​ຜ່າ​ຕັດຫຼື​ໝໍ​ແຂ້ວ), ທ່ານ​ຕ້ອງ​ແຈ້ງ​ ນາຍ​ຈ້າງ​ຫຼື​ຫົວ​ໜ້າ​ຂອງທ່ານໃຫ້​ຊາບ ແລະ ຂໍ​ຄຳ​ແນະ​ນຳ​ຈາກ​ທາງແພດຊ່ຽວ​ຊານ.

ທ່ານບໍ່​ຈຳ​ເປັນ​ຕ້ອງ​ບອກ:

  • ຫົວ​ໜ້າ
  • ເພື່ອນ​ຮ່ວມ​ງານ​ແລະ​ເພື່ອນ​ນັກ​ຮຽນ
  • ຄອບ​ຄົວ
  • ເພື່ອນ​ຝູງ

ທ່ານ​ໝໍ​ຂອງ​ທ່ານບໍ່​ສາ​ມາດ​ບອກ​ຄອບ​ຄົວ​ຂອງ​ທ່ານ.

ຂ້ອຍຈະຫຼີກເວັ້ນຈາກການຕິດເຊື້ອພະຍາດຕັບອັກເສບຊະນິດ C ໄດ້ຢ່າງໃດ?


  • ຢ່າ​ໃຊ້​ເຂັມ, ເຂັມ​ສັກ​ຢາ ຫຼື ບ່ວງ ​ສຳ​ລັບສັກ​ຢາ​ເສບ​ຕິດ ຮ່ວມ​ກັນ
  • ໃຫ້​ເລືອກ​ໃຊ້​ຮ້ານ​ສັກ​ລາຍ​ແລະ​ເຈາະບ່ອງ​ຜິວ​ໜັງ​ຢ່າງ​ລະ​ມັດ​ລະ​ວັງ. ໃຫ້​ໃຊ້​ນັກສັກ​ລາຍ​ທີ່​ມີ​ໃບ​ອະ​ນຸ​ຍາດ.  ໃຫ້​ໝັ້ນ​ໃຈ​ວ່າ​ເຂົາ​ເຈົ້າ​ໃຊ້​ເຂັມ​ດວງ​ໃໝ່​ແລະ​ນ້ຳ​ມຶກ​ໃໝ່​ສຳ​ລັບ​ລູກ​ຄ້າ​ແຕ່​ລະ​ຄົນ.
  • ໃຫ້​ໃຊ້​ຖົງ​ອະ​ນາ​ໄມ​ທຸກ​ເທື່ອ​ຖ້າ​ທ່ານ​ມີ​ຄູ່​ຮ່ວມ​ເພດຫຼາຍກວ່າ​ຄົນ​ໜຶ່ງ, ໂດຍ​ສະ​ເພາະຖ້າ​ທ່ານ​ເປັນ​ຜູ້​ຊາຍ​ແລະ​ຮ່ວມ​ເພດ​ກັ​ບ​ຜູ້​ຊາຍ​ຄົນ​ອື່ນໆ
  • ​ໃຫ້ຫຼີກ​ເວັ້ນ​ເລືອດຫຼື​ຜະຫຼິດ​ຕະ​ພັນ​ຈາກເລືອດ​ໃນ​ປະ​ເທດ​ທີ່ບໍ່​ໄດ້​ກວດ​ສອບ​ເລືອດ​ທີ່​ຄົນ​ບໍ​ລິ​ຈາກ.
  • ຢ່າ​ໃຊ້​ແປງ​ຖູ​ແຂ້ວຫຼື​ມີດ​ແຖ​ຮ່ວມ​ກັນ
  • ຖ້າ​ທ່ານ​ເປັນ​ພະ​ນ​ັກ​ງານ​ດູ​ແລ​ສຸ​ຂະ​ພາບ, ໃຫ້​ປະ​ຕິ​ບັດ​ຕາມກົດ​ລະ​ບຽບມາດ​ຕະ​ຖານຢູ່​ສະ​ເໝີ.

ຜ່ານ​ມາຖ້າ​ທ່ານ​ເຄີຍທ່ານ​ເປັນ​ໂຣກ​ຕັບ​ອັກ​ເສບແລະ​ໄດ້​ກິນ​ຢາ​ປິ່ນ​ປົວ​ຈົນ​ຫາຍ​ຂາດ​ແລ້ວກ​ໍ​ຕາມ, ທ່ານກ​ໍ​ຍັງ​ສ​າ​ມາດ​ຕິດ​ເຊື້ອ​ພະ​ຍາດ​ຕັບ​ອັກ​ເສບ​ຊະ​ນິດ C ໄດ້​ອີກ.

ຂ້ອຍຈະໄປຂໍຄວາມຊ່ວຍເຫຼືອແລະຄຳແນະນຳໄດ້ຢູ່ໃສ?


ມີກຸ່ມຊຸມຊົນສຳລັບຜູ້ຕິດພະຍາດຕັບອັກເສບຊະນິດ C ຫຼາຍແຫ່ງໃນອອສເຕຣເລັຍທີ່ສາມາດໃຫ້ຄຳແນະນຳແລະອູ້ມຊູທ່ານໄດ້.


ຂໍການອູ້ມຊູຈາກກຸ່ມຊຸມຊົນພະຍາດຕັບອັກເສບ

ຂໍ້ມູນເພີ່ມເຕີມ