‘STI’ ແມ່ນຫຍັງ?

STI ຫຍໍ້ມາຈາກຄຳວ່າ Sexually Transmissible Infections (ການຕິດເຊື້ອຈາກການຮ່ວມເພດ).
STIs ແມ່ນອາການເຈັບປ່ວຍທີ່ທ່ານຕິດເຊື້ອມາຈາກທ່ານຮ່ວມເພດ.


ຂ້ອຍຕິດເຊື້ອໂຣກ STI ໄດ້ແບບໃດ?


ແມ່​ພະ​ຍາດ STI ​ອາ​ໄສ​ຢູ່​ໃນ​ຜິວ​ໜັງ, ໃນ​ເລືອດ ຫຼື ນ່ຳ​ຮ່ວມ​ເພດ​ສຳ​ພັນເຊັ່ນ ນ້ຳ​ອະ​ສຸ​ຈິ, ນ້ຳ​ເມືອກ​ໃນ​ຊ່ອງ​ຄອດ

ທ່ານ​ສາ​ມາດ​ຕິດ STI ໂດຍ​ການ​ຮ່ວມ​ເພດ  (ທາງ​ອະ​ໄວ​ຍະ​ວະ​ເພດ​ຍິງ, ທາງກົ້ນ ຫຼື ທາງ​ປາກ) ຫຼື​ຈາກ ການຈັບ​ບາຍ​ອະ​ໄວ​ຍະ​ວະ​ເພດ.

ທ່ານ​ສາ​ມາດ​ຕິດ​​ໂຣກ STI ໄດ້​ຖ້າ​ທ່ານບໍ່​ໃສ່​ຖົງ​ອະ​ນາ​ໄມ

ໂຣກ STIs ເຮັດຫຍັງຕໍ່ຮ່າງກາຍໄດ້?


ສຳ​ລັບ​ແມ່​ຍິງ STIs ສາ​ມາດ​ກໍ່​ໃຫ້​ເກີດ:

  • ເຈັບ​ປວດ​ທ້ອງ​ຢ່າງ​ແຮງ
  • ລົງ​ຂາວ​ຈາກ​ອະ​ໄວ​ຍະ​ວະ​ເພດ
  • ເກີດ​ເປັນ​ຕຸ່ມ​ຈຸດ​ໃກ້​ອະ​ໄວ​ຍະ​ວະ​ເພດ
  • ມີ​ລູກນອກ​ພົກ
  • ລູກ​ອອກ​ກ່ອນ​ກຳ​ນົດ (ຫຼຸ​ລູກ)
  • ເດັກ​ທາ​ຣົກອອກ​ມາ​ເຈັບ​ປ່ວຍ​ຢ່າງ​ໜັກ

​ສຳ​ລັບ​ຜູ້​ຊາຍ STIs ສາ​ມາດ:

  • ເຮັດ​ໃຫ້​ຜູ້​ຊາຍ​ມີ​ລູກບໍ່​ໄດ້ມີ​ໜອງ​ໄຫຼ​ອອກ​ຈາກ​ອະ​ໄວ​ຍະ​ວະ​ເພດ
  • ເປັນ​ຈຸດ​ຕາມ​ອະ​ໄວ​ຍະ​ວະ​ເພດ
  • ເຮັດ​ໃຫ້​ແສບ​ເວ​ລາ​ປັດ​ສະ​ວະ (ຍ່ຽວ)

ຂ້ອຍຈະຮູ້ໄດ້ຢ່າງໃດວ່າຂ້ອຍມີ STI?


ຫຼາ​ຍ​ຄົນ​ບໍ່​ຮູ້​ວ່າ​ຕົນ​ເອງ​ມີ STI ເພາະ​ວ່າ​ເຂົາ​ເຈົ້າ​ເບິ່ງ​ແລະ​ຮູ້​ສຶກວ່າ​ສະ​ບາຍ​ດີ​ແລະ​ບໍ່​ມີ​ສັນ​ຍານຫຼື​ອາ​ການ​ໃດໆ​ສະ​ແດງ​ໃຫ້​ເຫັນ.  ວິ​ທີດ​ຽວ​ທີ່​ຈະ​ຮູ້​ໄດ້​ແມ່ນ​ໄປ​ກວດ.  ມີ​ວິ​ທີ​ການກວດ​ແບບ​ຕ່າງໆ​ສຳ​ລັບ​ກວດ​ຫາ  STIs  ຫຼາຍໆຊະ​ນິດ.  ການກວດ​ແບບ​ຕ່າງໆ​ມີ​ດັ່ງ​ນີ້:

  • ກວດ​ຍ່ຽວ
  • ກວດ​ເລືອດ
  • ຕ້ອຍ​ເອົາ​ສ່ວນຈາກ​ອະ​ໄວ​ຍະ​ວະ​ເພດ​ເພື່ອກວດ​ຫາ​ເຊື້ອ

​ທ່ານ​ອາດ​ຕ້ອງ​ກວດ​ແຕ່​ພຽງ​ແບບ​ດຽວຫຼື​ຕ້ອງກວດ​ໝົດ​ທັງ​ສ​າມ​ແບບ. ທ່ານ​ໝໍ​ຂອງ​ທ່ານ​ຈະ​ບອກ​ໄດ້​ວ່າ​ທ່ານ​ຕ້ອງ​ກວດ​ແບບ​ໃດ.

STIs ສາມາດປິ່ນປົວ ແລະ ປົວໃຫ້ຫາຍຂາດໄດ້ບໍ?


STIs ບາງ​ຊະ​ນິດ​ສາ​ມາດ​ປິ່ນ​ປົວ​ໄດ້​ຢ່າງ​ງ່າຍ​ແລະ​ວ່ອງ​ໄວ​ດ້ວຍ​ຢາ. ບາງ​ຊະ​ນິດ​ກໍ​ປິ່ນ​ປົວ​ໄດ້​ແຕ່ບໍ່​ຫາຍ​ຂາດ.

ທ່ານ​ສາ​ມາດ​ຕິດ STI ໄດ້​ໃໜ່​ພາຍຫຼັງ​ກິນ​ຢາ​ຈົນ​ໜົດແລ້ວ ແລະSTI ​ື​ຖກ​ປິ່ນ​ປົວ​​ຫາຍ​ຂາດແລາວ

ຂ້ອຍຄວນໄປກວດຍາມໃດ?


ທ່ານ​ຄວນ​ໄປ​ກວດ​ຫາ STI ຖ້າ​ຫາກວ່າ:

  • ທ່ານ​ຮ່ວມ​ເພດ (ລວມ​ທັງການ​ຮ່ວມ​ເພດ​ທາງ​ອະ​ໄວ​ຍະ​ວະ​ເພດ​ຍິງ, ທາງ​ປາກ ຫຼື ທາງກົ້ນ) ໂດຍ​ບໍ່​ໃສ່​ຖົງ​ອະ​ນາ​ໄມ
  • ທ່ານ​ມີ​ອາ​ການ​ຢ່າງ​ໃດ​ຢ່າງ​ໜຶ່ງ
  • ທ່ານ​ມີ​ຄວາມ​ກັງ​ວົນ​ກັບ​ສຸ​ຂະ​ພາບ​ທາງ​ເພດ​ຂອງ​ທ່ານ
  • ທ່ານ​ຄິດ​ວ່າ​ທ່ານ​ອາດ​ຕິດ​ເຊື້ອ STI ແລ້ວ
  • ​ຖົງ​ອະ​ນາ​ໄມ​ຂອງ​ທ່ານ​ຂາດຫຼືຫຼຸດ​ອອກ​ໃນ​ລະ​ຫວ່າງ​ຮ່ວມ​ເພດ
  • ທ່ານ​ເອງຫຼື​ຄູ່​ຄອງ​ຂອງ​ທ່ານ​ຮ່ວມ​ເພດ​ກັ​ບ​ຄົນ​ອື່ນ
  • ທ່ານ​ເອງຫຼື​ຄູ່​ຄອ​ງຂອງ​ທ່ານທີ່​ຜ່ານ​ມາ​ໄດ້​ຮ່ວມ​ເພດ​ກັບ​ຄົນ​ອື່ນໆ
  • ທ່ານ​ໃຊ້​ເຂັມ, ເຂັມ​ສ​ັກ​ຢາ, ບ່ວງ​ທີ່​ໃຊ້​ສັກ​ຢາ​ເສບ​ຕິດ​ຮ່ວມ​ກັນ
  • ທ່ານ​ເລີ່ມ​ມີ​ຄວາມ​ສຳ​ພັນທາງ​ເພດ​ກັບ​ຄົນ​ໃໝ່.

ການກວດ STI ແມ່ນຫຍັງ?


ມັນ​ແມ່ນ​ການກວດ​ທີ່ໄວ, ບໍ່​ເຈັບ ແລະ ປົກ​ກະ​ຕິ​ແມ່ນກວດ​ຟ​ຣີ.  ການກວດ​ໃຫ້​ຜູ້​ຊາຍ​ກັບ​ແມ່​ຍິງ​ແມ່ນ​ມີ​ແບບກວດ​ຕ່າງ​ກັນ.  ທ່ານ​ໝໍຫຼື​ພະ​ຍາ​ບານ​ຈະ​ເກັບເອົາ​ພາກສ່ວນ​ນ້້ອຍໆ​ຂອງ​ນ້ຳ​ແຫຼວ​ໃນ​ຮ່າງ​ກາຍ ເຊັ່ນ ນ້ຳ​ປັດ​ສະ​ວະ (ຍ່ຽວ), ນ້ຳ​ລາຍ, ນ້ຳ​ເມືອກ​ໃນ​ຊ່ອງ​ຄອດ, ຫຼື ເລືອດ.  ການກວດ​ບາງ​ຢ່າງ​ທ່ານ​ກໍ​ເຮັດ​ເອງ​ໄດ້.

​ໃຊ້​້ເວ​ລາ​ປະ​ມານ 1 ຫາ 2 ອາ​ທິດຈ​ຶ່ງໄດ້​ຜົນ​ການ​ກວດ

ຜົນການກວດຂອງຂ້ອຍບອກວ່າເປັນຜົນ ‘ບວກ’. ຂ້ອຍຈະເຮັດຢ່າງໃດ?


ຜົນກວດ  ‘ບວກ’ ໝາຍ​ຄວາມ​ວ່າ​ທ່ານ​ມີ​ເຊື້ອ STI. ທ່ານ​ໝໍ​ຈະ​ສັ່ງ​ຢາ​ໃຫ້​ທ່ານ​ເຊິ່ງ​ເປັນ​ແບບ​ທີ່​ໄວ​ແລະ​ງ່າຍຕໍ່​ການ​ໃຊ້​.

ໂປດ​ຈຳ​ໄວ້​ວ່າ, STIs ບາງ​ຊະ​ນິດ​ປິ່ນ​ປົວ​ໄດ້​ແຕ່ບໍ່​ຫາຍ​ຂາດ.

ຂ້ອຍຕ້ອງບອກໃຜບໍວ່າຂ້ອຍມີ STI?


ທ່ານ​ຄວນບອກ​ຄູ່​ຮ່ວມ​ເພດ​ຂອງ​ທ່ານ, ແລະ​ຄູ່​ຮ່ວມ​ເພດ​ຂອງ​ທ່ານ​ຄວນ​ໄປ​ກວດ​ເຊັ່ນ​ກັນ. ຖ້າ​ຄູ່​ຮ່ວມ​ເພດ​ຂອງ​ທ່ານບໍ່​ໄດ້​ກວດ​ແລະ​ບໍ່​ໄດ້​ກິນ​ຢາ, ທັງ​ຄູ່​ກໍ​ຈະ​ແພ່​ເຊື້ອ​​ STI ໃຫ້ ກັນບໍ່​ແລ້ວບໍ່ເລີກ.

ຖ້າ​ທ່ານບໍ່​ສາ​ມາດບອກ​ຄູ່​ຮ່ວມ​ເພດ​ຂອງ​ທ່ານ​ໃຫ້​ໄປ​ກວດຫຼື​ປິ່ນ​ປົວ, ຈົ່ງ​ຂໍ​ໃຫ້​ທ່ານ​ໝໍ​ຂອງ​ທ່ານຫຼື​ພະ​ຍາ​ບານ​ເປັນ​ຄົນ​ບອກ​ໃຫ້. ພວກ​ເຂົາ​ເຈົ້າ​ຈະ​ບໍ່​ບອກ​ຄູ່​ຮ່ວມ​ເພດ​ຂອງ​ທ່ານ​ກ່ຽວ​ກັບ​ເລື່ອງ​ຂອງ​ທ່ານ. ອັນ​ນີ້​ເອີ້ນ​ວ່າ ‘ການຕາມ​ຮອຍ​ຫາ​ເຄົ້າ’.

​ທ່ານບໍ່​ຕ້ອງບອກ

  • ຫົວ​ໜ້າ
  • ເພື່ອນ​ຮ່ວມ​ງານ
  • ເພື່ອນ​ຝຸງ
  • ຄອບ​ຄົວ

ຂ້ອຍຈະເຮັດຢ່າງໃດຈຶ່ງຈະໝັ້ນໃຈໄດ້ວ່າຂ້ອຍຈະບໍ່ແພ່ເຊື້ອ STI ໃຫ້ຄົນອື່ນ?


  • ຢ່າ​ຮ່ວມ​ເພດ​ຈົນ​ກວ່າ​ວ່າ​ຕົວ​ທ່ານ​ແລະ​ຄູ່​ຮ່ວມ​ເພດ​ຂອງ​ທ່ານ​ກິນ​ຢາ​ຈົນ​ໝົດ​ຊຸດ​ແລ້ວ
  • ໃຫ້​ໃຊ້​ຖົງ​ອະ​ນາ​ໄມ

ຂ້ອຍຈະຫຼີກເວັ້ນການຕິດເຊື້ອ STI ໄດ້ຢ່າງໃດ?


ວິທີທີ່ດີທີ່ສຸດໃນການຫຼີກເວັ້ນບໍ່ໃຫ້ຕິດເຊື້ອ STI ແມ່ນໃຫ້ໃຊ້ຖົງອະນາໄມທຸກຄັ້ງທີ່ທ່ານຮ່ວມເພດ.

ຂໍ້ມູນເພີ່ມເຕີມ