ພະຍາດຊີຟິລິສ (syphilis) ແມ່ນຫຍັງ?

ຊີຟິລິສແມ່ນພະຍາດຕິດຕໍ່ທາງເພດສຳພັນ ເຊິ່ງເກີດຈາກການຕິດເຊື້ອແບັກທິເຣຍ ທີ່ມີຊື່ວ່າ ໂທຣໂປເນມາ ປາລີດຳ (Troponema pallidum)


ຂ້ອຍຕິດພະຍາດຊີຟິລິສໄດ້ແນວໃດ?


ທ່ານສາມາດຕິດຊີຟີລິສໄດ້ ຈາກ:
• ສຳຜັດບາດແຜ ຫຼື ຜື່ນ ຂອງຄົນທີ່ເປັນພະຍາດເຖິງແມ່ນວ່າບາດແຜ ຫຼືຜື່ນນັ້ນຈະເບິ່ງເຫັນຍາກກໍ່ຕາມ
• ມີເພດສຳພັນທາງ ຊ່ອງຄອດ, ທາງຮູທະວານ ຫຼື ທາງປາກ ໂດຍບໍ່ໃຊ້ ຖົງຢາງອະນາໄມ
• ສຳຜັດກັບເລືອດທີ່ມີການຕິດເຊື້ອ
• ແມ່ຍິງຖືພາສາມາດສົ່ງຕໍ່ເຊື້ອຫາລູກໄດ້

ພະຍາດຊີຟິລິສ ແລະ ເດັກນ້ອຍ (ພະຍາດຊີຟິລິສແຕ່ກຳເນີດ)


ຜູ້ຍິງຖືພາສາມາດສົ່ງຕໍ່ເຊື້ອຊີຟີລິສ ໄປຫາລູກໄດ້ຜ່ານທາງເລືອດ. ບາງຄັ້ງເດັກນ້ອຍ ເກີດ ມາອາດເສັຍຊີວິດຫຼືພິການ. ນີ້ເອີ້ນວ່າ ພະຍາດຊີຟິລິສແຕ່ກຳເນີດ ແລະ ບໍ່ຄ່ອຍມີຄົນເປັນໃນປະເທດ ອອສເຕຣເລັຍ.

ເດັກນ້ອຍທີ່ເກີດມາ ສ່ວນໃຫຍ່ຈະບໍ່ມີອາການສະແດງຂອງພະຍາດນີ້, ແຕ່ເຂົາສາມາດເຈັບປ່ວຍ ຢ່າງຮຸນແຮງໄດ້.

ອາການສະແດງພະຍາດຊີຟີລິສໃນເດັກນ້ອຍທີ່ອາຍຸຕ່ຳກ່ວາ 2 ປີ:
• ນ້ຳມູກຍ້ອຍ
• ເປັນຜື່ນທີ່ຜິວໜັງ
• ກະດູກມີປັນຫາ
• ດວງຕາມີປັນຫາ ແລະ ບາງຄັ້ງອາດຕາບອດ
• ຕັບ ແລະ ໝາກໄຂ່ຫຼັງມີປັນຫາ
ອາການສະແດງພະຍາດຊີຟີລິສໃນ

ເດັກນ້ອຍທີ່ອາຍຸສູງກ່ວາ 2 ປີ:
• ກະດູກມີປັນຫາ
• ແຂ້ວມີປັນຫາ
• ດວງຕາມີປັນຫາ ແລະ ບາງຄັ້ງອາດຕາບອດ
• ຫູມີປັນຫາ ແລະ ບາງຄັ້ງອາດຫູໜວກ

ຂ້ອຍຈະຮູ້ໄດ້ແນວໃດວ່າຂ້ອຍຕິດພະຍາດຊີຟິລິສຫຼືບໍ່?


ສ່ວນມາກ ຄົນທີ່ຕິດພະຍາດຊິຟີລິສຈະບໍ່ມີອາການສະແດງ, ດັ່ງນັ້ນ ຄົນທີ່ຕິດພະຍາດນີ້ຈຶ່ງຍັງຮູ້ສຶກວ່າຕົນເອງມີສຸຂະພາບດີແລະແຂງແຮງ. ວິທີດຽວທີ່ຈະຮູ້ວ່າຕິດພະຍາດຊີຟີລິສຫຼືບໍ່ແມ່ນການ ກວດເລືອດ.

ຜູ້ຍິງຖືພາຄວນໄດ້ຮັບການກວດຊອກຫາພະຍາດຊີຟີລິສ ໃນ 12 ອາທິດ ທຳອິດ ຂອງການ ຖືພາ ຫຼື ໃນຄັ້ງທຳອິດທີ່ໄປຝາກທ້ອງນຳທ່ານໝໍ. ໃນຜູ້ຍິງຖືພາບາງຄົນ ອາດຈະໄດ້ ຮັບການ ກວດຫາ ພະຍາດຊີຟິລິສຕື່ມອີກໃນຊ່ວງຕໍ່ໄປຂອງການຖືພາ.

ຂ້ອຍຈະເຮັດແນວໃດຖ້າຂ້ອຍຕິດພະຍາດຊີຟິລິສ?


• ຢຸດການມີເພດສຳພັນ, ເຖິງແມ່ນວ່າຈະໃຊ້ຖົງຢາງອະນາໄມກໍ່ຕາມ, ຈົນກວ່າການປິ່ນປົວພະຍາດຊີຟິລິສຂອງທ່ານຈະແລ້ວ.
• ບອກຄູ່ນອນ ຫຼື ຄູ່ຊີວິດທ່ານ ຖ້າທ່ານເປັນພະຍາດຊີຟິລິສ ແລະ ບອກໃຫ້ເຂົາໄປກວດ.

ທ່ານໝໍຂອງທ່ານສາມາດຊ່ວຍທ່ານຕັດສິນໃຈ ວ່າທ່ານຄວນຈະບອກໃຜວ່າທ່ານຕິດພະຍາດຊີຟິລິສ. ທ່ານໝໍຂອງທ່ານສາມາດຊ່ວຍບອກພວກເຂົາແທນທ່ານໄດ້.

ພະຍາດຊີຟິລິສສາມາດປິ່ນປົວ ຫຼື ຫາຍຂາດບໍ່?


• ແມ່ນແລ້ວ,ພະຍາດຊີຟິລິສແມ່ນປິ່ນປົວໃຫ້ຫາຍຂາດໄດ້ ດ້ວຍການສັກຢາ ຊຸດໜຶ່ງ. ໄລຍະເວລາ ຂອງການປິ່ນປົວ ແມ່ນຂຶ້ນກັບວ່າພະຍາດຢູ່ໃນຂັ້ນໃດ. ໃຫ້ໝັ້ນໃຈວ່າທ່ານໄປຕາມທ່ານໝໍນັດທຸກຄັ້ງ
• ຫຼັງຈາກທ່ານໄດ້ຮັບການປິ່ນປົວຊີຟີລິສແລ້ວ ໃຫ້ໄປກວດຄືນອີກເທື່ອໜຶ່ງ ເພື່ອຢັ້ງຢືນວ່າເຊື້ອໄດ້ໝົດໄປແລ້ວ.
• ຜູ້ຍິງຖືພາສາມາດຮັບການປິ່ນປົວພະຍາດຊີຟີລິສ ໃນລະຍະຕົ້ນໆຂອງການ ຖືພາ ເພື່ອຢຸດການສົ່ງເຊື້ອຊີຟີລິສໄປຫາລູກ
• ທ່ານສາມາດຕິດພະຍາດຊີຟິລິສໄດ້ອີກ ເຖິງແມ່ນວ່າຈະເຄີຍໄດ້ຮັບການ ປິ່ນປົວຈົນຫາຍຂາດມາແລ້ວກໍ່ຕາມ.

ຂ້ອຍຈະປ້ອງກັນຕົວເອງແນວໃດ ຈາກການຕິດພະຍາດຊີຟີລິສ?


• ພາຕົວເອງແລະຄູ່ນອນໄປກວດ ຫາພະຍາດຊີຟິລິສ. ໃຫ້ກວດເປັນປະຈຳ ຖ້າທ່ານມີຄູ່ນອນຫຼາຍກ່ວາ ໜຶ່ງຄົນ ຫຼື ຖ້າຄູ່ນອນຂອງທ່ານມີເພດສຳພັນນຳ ຄົນອື່ນ. ຍິ່ງມີຄູ່ນອນຫຼາຍຄົນເທົ່າໃດ ຄວາມສ່ຽງທີ່ຈະຕິດພະຍາດຊີຟີລິສ ຍິ່ງສູງຂຶ້ນ ເທົ່ານັ້ນ.
• ພາຕົວທ່ານແລະຄູ່ນອນໄປປົວ ພະຍາດຊີຟິລິສ ເພື່ອຈະບໍ່ໄປຕິດໃສ່ກັນ ແລະ ກັນຢ່າງຍືດເຍື້ອ ຫຼື ຕິດໃສ່ຄົນອື່ນ
• ໃຊ້ຖົງຢາງອະນາໄມ ເວລາມີເພດສຳພັນທາງຊ່ອງຄອດ, ທາງຮູທະວານ ແລະ ທາງປາກ. ໃຊ້ຖົງຢາງອະນາໄມ ເຖິງແມ່ນວ່າຈະແມ່ນກັບຄູ່ທີ່ຢູ່ນຳກັນ ມາດົນ ກໍ່ຕາມ ຖ້າຫາກທ່ານໄປມີເພດສຳພັນນຳຄົນອື່ນອີກ.
• ລົມນຳຄູ່ນອນໃໝ່ເລື່ອງການໃຊ້ຖົງຢາງອະນາໄມ ກ່ອນມີເພດສຳພັນກັບເຂົາ.
• ຢ່າມີເພດສຳພັນ ກັບຄົນເປັນພະຍາດຊີຟີລິສ, ເຖິງແມ່ນວ່າຈະໃຊ້ຖົງ ອະນາໄມກໍ່ຕາມ, ຈົນກວ່າເຂົາຈະປິ່ນປົວພະຍາດຈົນຫາຍຂາດ.

ຂ້ອຍຈະໝັ້ນໃຈໄດ້ແນວໃດວ່າຕົວເອງບໍ່ໄປຕິດພະຍາດຊີຟິລິສໃສ່ຄົນ ອື່ນ?


• ຢ່າມີເພດສຳພັນ ກັບຄົນອື່ນ, ເຖິງແມ່ນວ່າຈະໃຊ້ຖົງອະນາໄມກໍ່ຕາມ, ຈົນກວ່າ ທ່ານຈະປິ່ນປົວພະຍາດຈົນຫາຍຂາດແລ້ວ.
• ໄປກວດຫາພະຍາດຢ່າງສະໝ່ຳສະເໝີ ຖ້າທ່ານມີຄູ່ນອນຫຼາຍກ່ວາ ໜຶ່ງຄົນ ຫຼື ຄູ່ນອນຂອງທ່ານໄປມີເພດສຳພັນນຳຄົນອື່ນ. ທ່ານສາມາດຕິດພະຍາດຊີຟິລິສ ໄດ້ຄືນອີກ.

ຂ້ອຍຈະຂໍຄວາມຊ່ວຍເຫຼືອ ແລະ ຄຳປຶກສາໄດ້ຢູ່ໃສ?


ທ່ານສາມາດຂໍຄວາມຊ່ວຍເຫຼືອໄດ້ຈາກ:
• ທ່ານໝໍ
• ຄລີນິກສຸຂະພາບເພດສຳພັນ
• ໜ່ວຍບໍລິການສຸຂະພາບຊຸມຊົນ
• ສູນວາງແຜນຄອບຄົວ

ຂໍ້ມູນເພີ່ມເຕີມ