ໜອງໃນທຽມ (chlamydia) ແມ່ນຫຍັງ?

ໜອງໃນທຽມແມ່ນພະຍາດຕິດຕໍ່ທາງເພດສຳພັນ (STI) ທີ່ພົບໄດ້ທົ່ວໄປ ເຊິ່ງເກີດຈາກ ການຕິດເຊື້ອແບັກທີເຣັຍທີ່ມີຊື່ວ່າ ຄລາມີເດັຍ ທຣາໂຄມາຕິສ (Chlamydia trachomatis)


ຂ້ອຍຕິດພະຍາດໜອງໃນທຽມໄດ້ແນວໃດ?


ທ່ານສາມາດຕິດພະຍາດໜອງໃນທຽມໄດ້ ຖ້າທ່ານບໍ່ໃຊ້ຖົງຢາງອະນາໄມ ເວລາ ມີເພດສຳພັນທາງ ຊ່ອງຄອດ, ທາງຮູທະວານ ຫຼື ທາງປາກ ກັບຄົນທີ່ເປັນພະຍາດ ໜອງໃນທຽມຢູ່.

ທ່ານບໍ່ສາມາດຕິດພະຍາດໜອງໃນທຽມຈາກການນຳໃຊ້ຫ້ອງນ້ຳສາທາລະນະ, ສະລອຍນ້ຳສາທາລະນະ ຫຼື ການສຳຜັດທົ່ວໄປ ກັບຄົນອື່ນ.

ຈະເກີດຫຍັງຂຶ້ນກັບຮ່າງກາຍເມື່ອເປັນພະຍາດໜອງໃນທຽມ?


ສຳລັບຜູ້ຊາຍ
• ຜູ້ຊາຍຕິດພະຍາດໜອງໃນທຽມໃນທໍ່ຍ່ຽວ (ຢູ່ທາງໃນອະໄວຍະວະເພດ), ລຳໄສ້ແກ່ທ່ອນສຸດ ຫຼື ຮູຄໍ.
• ພະຍາດໜອງໃນທຽມເຮັດໃຫ້ໄຂ່ຫຳຜູ້ຊາຍ ມີອາການເຈັບ ແລະ ບວມໃຄ່ ແລະ ຍັງສາມາດເຮັດໃຫ້ທໍ່ນຳສົ່ງອະສຸຈິຕິດເຊື້ອໄດ້.

ສຳລັບຜູ້ຍິງ
• ຜູ້ຍິງຕິດພະຍາດໜອງໃນທຽມ ຢູ່ປາກມົດລູກ, ລຳໄສ້ແກ່ທ່ອນສຸດ ຫຼື ຮູຄໍ. ຖ້າບໍ່ໄດ້ ຮັບການຮັກສາ, ພະຍາດໜອງໃນທຽມສາມາດເຮັດໃຫ້ຜູ້ຍິງບໍ່ມີລູກໄດ້.
• ໃນບາງຄັ້ງ ຜູ້ຍິງທີ່ເປັນພະຍາດໜອງໃນທຽມ ສາມາດສົ່ງຕໍ່ເຊື້ອໄປຫາລູກ ເວລາເກີດລູກ. ມັນສາມາດເຮັດໃຫ້ເດັກອ່ອນມີການຕິດເຊື້ອຢູ່ປອດແລະ ດວງຕາໄດ້.

ຂ້ອຍຈະຮູ້ໄດ້ແນວໃດວ່າຂ້ອຍຕິດພະຍາດໜອງໃນທຽມຫຼືບໍ່?


ຫຼາຍຄົນບໍ່ຮູ້ວ່າຕົນຕິດພະຍາດໜອງໃນທຽມຍ້ອນວ່າມັນບໍ່ມີອາການເຕືອນຫຼືອາການ ສະແດງຫຍັງ.
ການກວດຍ່ຽວທີ່ທັງງ່າຍແລະໄວນັ້ນຈະສາມາດບອກໄດ້ວ່າທ່ານຕິດພະຍາດໜອງໃນ ທຽມນີ້ບໍ. ນອກນີ້ ທ່ານກໍຍັງສາມາດກວດຫາພະຍາດໜອງໃນທຽມນີ້ໄດ້ດ້ວຍຕົນເອງ.

ສຳລັບຜູ້ຊາຍ
ອາການເຕືອນແລະອາການສະແດງຂອງພະຍາດໜອງໃນທຽມສຳລັບຜູ້ຊາຍແມ່ນ:
• ປາຍອະໄວຍະວະເພດແດງ ຫຼື ເຈັບ
• ມີອາການປວດ ຫຼື ແສບ ເວລາຍ່ຽວ
• ມີນ້ຳໃສໄຫຼອອກມາຈາກອະໄວຍະວະເພດ

ສຳລັບຜູ້ຍິງ
ອາການເຕືອນ ແລະ ອາການສະແດງຂອງພະຍາດໜອງໃນທຽມສຳລັບຜູ້ຍິງແມ່ນ:
• ມີນ້ຳທີ່ຜິດປົກກະຕິໄຫຼອອກທາງຊ່ອງຄອດ
• ມີເລືອດອອກກະປິດກະປອຍ (ໂດຍສະເພາະຫຼັງມີເພດສຳພັນ)
• ເຈັບບໍລິເວນມົດລູກ, ລວມເຖິງເວລາມີເພດສຳພັນ
• ມີອາການປວດ ຫຼື ແສບ ເວລາຍ່ຽວ

ຂ້ອຍຈະເຮັດແນວໃດຖ້າຂ້ອຍຕິດພະຍາດໜອງໃນທຽມ?


ໃຫ້ໄປຂໍຢາຈາກທ່ານໝໍຂອງທ່ານ.

ໃຫ້ບອກຄູ່ນອນຂອງທ່ານວ່າທ່ານຕິດພະຍາດໜອງໃນທຽມ ແລະ ຂໍໃຫ້ເຂົາໄປກວດ. ຄູ່ນອນຂອງທ່ານອາດມີພະຍາດໜອງໃນທຽມເຊັ່ນກັນ ແລະ ສາມາດຕິດໃສ່ທ່ານອີກໄດ້. ນອກນີ້ ເຂົາເຈົ້າຍັງສາມາດຕິດເຊື້ອພະຍາດໜອງໃນທຽມໃສ່ຄົນອື່ນ.

ຖ້າຄູ່ນອນຂອງທ່ານບໍ່ຍອມໄປກວດຫາພະຍາດໜອງໃນທຽມ, ໃຫ້ທ່ານຂໍເອົາຢານຳໝໍຂອງທ່ານເພີ່ມ ເພື່ອເອົາໄປໃຫ້ຄູ່ນອນກິນ.

ຫຼັງຈາກສາມເດືອນ, ທ່ານເອງແລະໃຜກໍ່ຕາມທີ່ທ່ານມີເພດສຳພັນນຳ ຄວນໄດ້ຮັບການ ກວດຫາພະຍາດໜອງໃນທຽມອີກຄັ້ງນຶ່ງ.

ພະຍາດໜອງໃນທຽມສາມາດປິ່ນປົວ ຫຼື ຫາຍຂາດບໍ່?


ແມ່ນແລ້ວ. ພະຍາດໜອງໃນທຽມແມ່ນປິ່ນປົວໃຫ້ຫາຍຂາດໄດ້ງ່າຍດ້ວຍຢາພຽງ ເມັດດຽວ. ຖ້າຫຼັງຈາກນັ້ນ ຖ້າຍັງກວດພົບພະຍາດໜອງໃນທຽມອີກ, ການປິ່ນປົວແມ່ນ ຈະໃຊ້ເວລາດົນຂຶ້ນ.
ຫຼັງກິນຢາປົວພະຍາດໜອງໃນທຽມ ແມ່ນບໍ່ໃຫ້ມີເພດສຳພັນເປັນເວລາໜຶ່ງອາທິດ.

ທ່ານສາມາດຕິດພະຍາດໜອງໃນທຽມອີກໄດ້ ເຖິງແມ່ນວ່າທ່ານເຄີຍເປັນມາກ່ອນ.

ຂ້ອຍຈະປ້ອງກັນຕົວເອງແນວໃດ ຈາກການຕິດພະຍາດ ໜອງໃນທຽມ?


• ພາຕົວເອງແລະຄູ່ນອນໄປກວດ. ໃຫ້ກວດເປັນປະຈຳ ຖ້າທ່ານມີຄູ່ນອນ ຫຼາຍ ກ່ວາ ໜຶ່ງຄົນ ຫຼື ຖ້າຄູ່ນອນຂອງທ່ານມີເພດສຳພັນນຳຄົນອື່ນ. ຍິ່ງມີຄູ່ນອນ ຫຼາຍຄົນເທົ່າໃດ ຄວາມສ່ຽງທີ່ຈະຕິດພະຍາດໜອງໃນທຽມ ຍິ່ງສູງຂຶ້ນເທົ່ານັ້ນ.
• ຮັບການປິ່ນປົວ: ຂໍໃຫ້ຄູ່ນອນຂອງທ່ານໄປກວດ ແລະ ຮັບການປິ່ນປົວພ້ອມກັນ ເພື່ອຈະບໍ່ໄປຕິດໃສ່ກັນແລະກັນຢ່າງຍືດເຍື້ອ ຫຼື ໄປຕິດໃສ່ຄົນອື່ນ.
• ໃຊ້ຖົງຢາງອະນາໄມ ເວລາມີເພດສຳພັນທາງຊ່ອງຄອດ, ທາງຮູທະວານ ແລະ ທາງປາກ
• ລົມກັບຄູ່ນອນໃໝ່ເລື່ອງໃຊ້ຖົງຢາງອະນາໄມ ກ່ອນຮ່ວມເພດ.

ຂ້ອຍຈະໝັ້ນໃຈໄດ້ແນວໃດວ່າຕົວເອງຈະບໍ່ໄປຕິດພະຍາດໜອງໃນ ທຽມ ໃສ່ຄົນອື່ນ?


• ໃຊ້ຖົງຢາງອະນາໄມ ທຸກຄັ້ງທີ່ມີເພດສຳພັນ,ໂດຍສະເພາະເວລາມີເພດສຳພັນ ນຳຄູ່ນອນໃໝ່.
• ໄປກວດຢ່າງສະໝ່ຳສະເໝີ ຖ້າທ່ານມີຄູ່ນອນຫຼາຍກ່ວາ ໜຶ່ງຄົນ ຫຼື ຄູ່ນອນ ຂອງທ່ານໄປມີເພດສຳພັນນຳຄົນອື່ນ. ທ່ານສາມາດຕິດພະຍາດໜອງໃນທຽມໄດ້ອີກເຖິງແມ່ນວ່າໄດ້ເຄີຍເປັນມາກ່ອນ.

ຂ້ອຍຈະຂໍຄວາມຊ່ວຍເຫຼືອ ແລະ ຄຳປຶກສາໄດ້ຢູ່ໃສ?


ທ່ານສາມາດຂໍຄວາມຊ່ວຍເຫຼືອໄດ້ຈາກ:
• ທ່ານໝໍ
• ຄລີນິກສຸຂະພາບເພດສຳພັນ
• ໜ່ວຍບໍລິການສຸຂະພາບຊຸມຊົນ
• ສູນວາງແຜນຄອບຄົວ

ຂໍ້ມູນເພີ່ມເຕີມ