ໜອງໃນແທ້ (Gonorrhoea) ແມ່ນຫຍັງ?

ໜອງໃນແທ້ແມ່ນພະຍາດຕິດຕໍ່ທາງເພດສຳພັນ (STI) ເຊິ່ງເກີດຈາກການ ຕິດເຊື້ອ ແບັກທີເຣັຍທີ່ມີຊື່ວ່າ ໄນເຊີເຣັຍ ໂກໂນເຣັຍ (Neisseria gonorrhoeae)


ຂ້ອຍຕິດພະຍາດໜອງໃນແທ້ໄດ້ແນວໃດ?


ທ່ານສາມາດຕິດພະຍາດໜອງໃນແທ້ໄດ້ ຖ້າທ່ານບໍ່ໃຊ້ຖົງຢາງອະນາໄມ ເວລາມີ ເພດສຳພັນທາງ ຊ່ອງຄອດ, ທາງຮູທະວານ ຫຼື ທາງປາກ ກັບຄົນທີ່ເປັນພະຍາດ ໜອງໃນແທ້ຢູ່.

ທ່ານສາມາດຕິດພະຍາດໜອງໃນແທ້ຈາກຄົນອື່ນໄດ້ເຖິງແມ່ນວ່າເຂົາຈະບໍ່ມີ ອາການ ສະແດງຫຍັງກໍ່ຕາມ.
ຜູ້ຍິງທີ່ຖືພາ ສາມາດສົ່ງຕໍ່ເຊື້ອໄປຫາລູກໄດ້ໃນເວລາເກີດລູກ.

ເດັກອ່ອນ ສາມາດຕິດ ເຊື້ອຮຸນແຮງຢູ່ດວງຕາ ແລະ ອາດຕາບອດໄດ້.

ທ່ານບໍ່ສາມາດ ຕິດພະຍາດໜອງໃນແທ້ ຈາກການນຳໃຊ້ ຫ້ອງນ້ຳສາທາລະນະ, ສະລອຍນ້ຳສາທາລະນະ ຫຼື ການສຳຜັດທົ່ວໄປ ກັບຄົນອື່ນ.

ຈະເກີດຫຍັງຂຶ້ນກັບຮ່າງກາຍເມື່ອເປັນພະຍາດໜອງໃນແທ້?


ພະຍາດໜອງໃນແທ້ ເຮັດໃຫ້ມີການຕິດເຊື້ອຢູ່ຮູຄໍ, ຮູທະວານ, ທໍ່ຍ່ຽວ (ເສັ້ນທາງເດີນ ຍ່ຽວ), ປາກມົດລູກ (ຄໍມົດລູກ) ແລະ ດວງຕາ.
ຖ້າບໍ່ໄດ້ຮັບການປິ່ນປົວ, ພະຍາດໜອງໃນແທ້ສາມາດເຮັດໃຫ້ມີການຕິດເຊື້ອ ຢູ່ ຜິວໜັງ ແລະ ຄໍ່ກະດູກ.
ນອກນີ້ ພະຍາດໜອງໃນແທ້ ຍັງສາມາດພາໃຫ້ເກີດເປັນພະຍາດເຍື່ອຫຸ້ມສະໝອງອັກເສບໄດ້. ເຍື່ອຫຸ້ມສະໝອງອັກເສບ ແມ່ນການຕິດເຊື້ອບໍລິເວນເນື້ອເຍື່ອທີ່ຫໍ່ຫຸ້ມສະໝອງ.

ໃນຜູ້ຍິງທີ່ຕິດພະຍາດໜອງໃນແທ້, ມັນສາມາດ ເຮັດໃຫ້ເກີດການຕິດເຊື້ອທີ່ຮຸນແຮງ ແລະ ເຮັດໃຫ້ບໍ່ສາມາດມີລູກໄດ້.
ຜູ້ຍິງຖືພາ ສາມາດສົ່ງຕໍ່ເຊື້ອໄປຫາລູກ ໃນເວລາເກີດລູກ. ເດັກອ່ອນ ສາມາດຕິດເຊື້ອ ຮຸນແຮງຢູ່ດວງຕາ ແລະ ອາດຕາບອດໄດ້.

ຂ້ອຍຈະຮູ້ໄດ້ແນວໃດວ່າຂ້ອຍຕິດພະຍາດໜອງໃນແທ້ຫຼືບໍ່?


ຫຼາຍຄົນບໍ່ຮູ້ວ່າຕົນຕິດພະຍາດໜອງໃນແທ້ ຍ້ອນວ່າມັນບໍ່ມີອາການເຕືອນ ຫຼື ບໍ່ມີ ອາການສະແດງຫຍັງ.
ມີວິທີດຽວທີ່ຈະຮູ້ວ່າທ່ານຕິດພະຍາດໜອງໃນແທ້ຫຼືບໍ່ນັ້ນ ແມ່ນຕ້ອງເຮັດການກວດຊອກ ຫາເຊື້ອ. ການກວດນີ້ແມ່ນກວດປັດສະວະ (ຍ່ຽວ) ທີ່ກວດໄດ້ທັງງ່າຍແລະໄວ.
ອີກວິທີໜຶ່ງແມ່ນການຕ້ວຍເອົາຕົວຢ່າງຈາກບໍລິເວນທີ່ຕິດເຊື້ອ ແລະ ເອົາໄມ້ຕ້ວຍນັ້ນ ໄປກວດຊອກຫາເຊື້ອພະຍາດໜອງໃນແທ້.
ອາການເຕືອນແລະອາການສະແດງຂອງພະຍາດໜອງໃນແທ້

ສຳລັບຜູ້ຊາຍ
• ມີອາການປວດ ຫຼື ແສບ ເວລາຍ່ຽວ
• ມີນ້ຳໄຫຼອອກມາຈາກອະໄວຍະວະເພດ. ສ່ວນໃຫຍ່ຈະແມ່ນນ້ຳສີຂາວ ຫຼື ເຫຼືອງ
• ໄຂ່ຫຳ ບວມໃຄ່ ແລະ ເຈັບ
• ແຖວປາຍອະໄວຍະວະເພດແດງ
• ມີນ້ຳແຫຼວໄຫຼອອກຈາກຮູທະວານ ຫຼື ຮູ້ສຶກຄັດທີ່ຮູທະວານ
• ມີການຕິດເຊື້ອທີ່ດວງຕາ

ສຳລັບຜູ້ຍິງ
• ມີນ້ຳແຫຼວທີ່ຜິດປົກກະຕິໄຫຼອອກທາງຊ່ອງຄອດ
• ມີເລືອດອອກທາງຊ່ອງຄອດ
• ມີອາການເຈັບເວລາຍ່ຽວ
• ເຈັບບໍລິເວນມົດລູກ, ໂດຍສະເພາະເວລາມີເພດສຳພັນ
• ມີນ້ຳແຫຼວໄຫຼອອກຈາກຮູທະວານ ແລະ ຮູ້ສຶກຄັດທີ່ຮູທະວານ
• ມີການຕິດເຊື້ອທີ່ຕາ

ຂ້ອຍຈະເຮັດແນວໃດຖ້າຂ້ອຍຕິດພະຍາດໜອງໃນແທ້?


• ທ່ານໝໍຂອງທ່ານຈະອອກຢາໃຫ້.
• ບອກຄູ່ນອນ ຫຼື ຄູ່ຊີວິດຂອງທ່ານ ໃຫ້ເຂົາໄປກວດ. ຖ້າເຂົາມີພະຍາດ ໜອງໃນແທ້, ເຂົາສາມາດເອົາມາຕິດໃສ່ທ່ານອີກ ແລະ ຕິດໃສ່ຄົນອື່ນໄດ້
• ທ່ານໝໍຂອງທ່ານສາມາດຊ່ວຍທ່ານຕັດສິນໃຈ ວ່າທ່ານຄວນຈະບອກໃຜວ່າທ່ານ ຕິດພະຍາດໜອງໃນແທ້. ທ່ານໝໍຂອງທ່ານສາມາດຊ່ວຍບອກພວກເຂົາ ແທນທ່ານໄດ້.
• ຢ່າມີເພດສຳພັນກັບໃຜ, ເຖິງແມ່ນວ່າຈະໃຊ້ຖົງຢາງອະນາໄມກໍ່ຕາມ, ຈົນກວ່າ ການປິ່ນປົວພະຍາດໜອງໃນແທ້ຂອງທ່ານໄດ້ສິ້ນສຸດລົງ.

ພະຍາດໜອງໃນແທ້ສາມາດປິ່ນປົວ ຫຼື ຫາຍຂາດບໍ່?


ພະຍາດໜອງໃນແທ້ແມ່ນປິ່ນປົວໃຫ້ຫາຍຂາດໄດ້ ດ້ວຍການສັກຢາຕ້ານເຊື້ອຄັ້ງດຽວ.

ໃຫ້ບອກທ່ານໝໍຂອງທ່ານທຸກຄັ້ງຖ້າທ່ານໄດ້ເດີນທາງໄປຕ່າງປະເທດ. ນັ້ນກໍ່ຍ້ອນວ່າ ພະຍາດໜອງໃນແທ້ບາງຊະນິດບໍ່ມີຄົນເປັນຫຼາຍຢູ່ປະເທດອອສເຕຣເລັຍ ຈຶ່ງ ຈຳເປັນ ຕ້ອງໄດ້ໃຊ້ຢາພິເສດໃນການປິ່ນປົວ.

ທ່ານສາມາດຕິດພະຍາດໜອງໃນແທ້ໄດ້ອີກ ເຖິງແມ່ນວ່າຈະເຄີຍໄດ້ຮັບການປິ່ນປົວໃຫ້ຫາຍຂາດມາແລ້ວກໍ່ຕາມ.

ຂ້ອຍຈະປ້ອງກັນຕົວເອງແນວໃດຈາກການຕິດພະຍາດໜອງໃນແທ້?


• ພາຕົວເອງແລະຄູ່ນອນໄປກວດ ຫາພະຍາດໜອງໃນແທ້. ໃຫ້ກວດເປັນປະຈຳ ຖ້າທ່ານມີຄູ່ນອນຫຼາຍກວ່າ ໜຶ່ງຄົນ ຫຼື ຖ້າຄູ່ນອນຂອງທ່ານມີເພດສຳພັນ ນຳ ຄົນອື່ນ. ຍິ່ງມີຄູ່ນອນຫຼາຍຄົນເທົ່າໃດ ຄວາມສ່ຽງທີ່ຈະຕິດພະຍາດໜອງໃນແທ້ ຍິ່ງສູງຂຶ້ນ ເທົ່ານັ້ນ.
• ພາຕົວເອງແລະຄູ່ນອນໄປປົວ ພະຍາດໜອງໃນແທ້ ເພື່ອຈະບໍ່ໄປຕິດໃສ່ກັນ ແລະ ກັນ ຢ່າງຍືດເຍື້ອ ຫຼື ໄປຕິດຄົນອື່ນ
• ໃຊ້ຖົງຢາງອະນາໄມ ເວລາມີເພດສຳພັນທາງຊ່ອງຄອດ, ທາງຮູທະວານ ແລະ ທາງປາກ. ໃຊ້ຖົງຢາງອະນາໄມ ເຖິງວ່າຈະແມ່ນກັບຄູ່ທີ່ຢູ່ນຳກັນມາດົນກໍ່ຕາມ ຖ້າຫາກທ່ານໄດ້ໄປມີເພດສຳພັນນຳຄົນອື່ນມາ.
• ລົມນຳຄູ່ນອນໃໝ່ເລື່ອງການໃຊ້ຖົງຢາງອະນາໄມ ກ່ອນມີເພດສຳພັນກັບເຂົາ.

ຂ້ອຍຈະໝັ້ນໃຈໄດ້ແນວໃດວ່າຕົວເອງຈະບໍ່ໄປຕິດພະຍາດໜອງໃນ ແທ້ ໃສ່ຄົນອື່ນ?


• ຢ່າມີເພດສຳພັນ ກັບຄົນອື່ນ, ເຖິງແມ່ນວ່າຈະໃຊ້ຖົງອະນາໄມກໍ່ຕາມ, ຈົນກວ່າທ່ານຈະປິ່ນປົວຫາຍຂາດ ແລະ ບໍ່ມີອາການສະແດງຫຍັງແລ້ວ
• ໃຊ້ຖົງຢາງອະນາໄມ ທຸກຄັ້ງທີ່ມີເພດສຳພັນ,ໂດຍສະເພາະເວລາມີເພດສຳພັນ ນຳຄູ່ນອນໃໝ່.
• ໄປກວດຫາໜອງໃນແທ້ຢ່າງສະໝ່ຳສະເໝີ ຖ້າທ່ານມີຄູ່ນອນຫຼາຍກ່ວາ ໜຶ່ງຄົນ ຫຼື ຄູ່ນອນຂອງທ່ານໄປມີເພດສຳພັນນຳຄົນອື່ນ.

ຂ້ອຍຈະຂໍຄວາມຊ່ວຍເຫຼືອ ແລະ ຄຳປຶກສາໄດ້ຢູ່ໃສ?


ທ່ານສາມາດຂໍຄວາມຊ່ວຍເຫຼືອໄດ້ຈາກ:
• ທ່ານໝໍ
• ຄລີນິກສຸຂະພາບເພດສຳພັນ
• ໜ່ວຍບໍລິການສຸຂະພາບຊຸມຊົນ
• ສູນວາງແຜນຄອບຄົວ

ຂໍ້ມູນເພີ່ມເຕີມ